• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາ​ງ​ການ

ຕາມແຜນການ, ໃນຂອບເຂດການຢ້ຽມຢາມ, ທ່ານນາງ ແພທອງທານ ຊິນນະວັດ ຈະມີການພົບປະສຳຄັນກັບບັນດາການນຳພັກ, ລັດ ຫວຽດນາມ. ສອງຝ່າຍຄາດວ່າຈະເຊັນເອກະສານຮ່ວມມືໃນບັນດາຂົງເຂດຈຳນວນໜຶ່ງ.
ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ (ພາບ: TTXVN)

ວັນທີ  15 ພຶດສະພາ, ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 15 – 16 ພຶດສະພາຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ໄທພາຍຫຼັງ 11 ປີພາຍຫຼັງການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ  ເມື່ອປີ 2014. ການຢ້ຽມຢາມໄດ້ດຳເນີນໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດພວມມີການພັດທະນາຢ່າງດີງາມ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດ. ຫວຽດນາມ ແລະ ໄທ ກໍ່ພວມມຸ່ງໄປເຖິງຂີດໝາຍສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1976 - 2026)

ຕາມແຜນການ, ໃນຂອບເຂດການຢ້ຽມຢາມ, ທ່ານນາງ ແພທອງທານ ຊິນນະວັດ ຈະມີການພົບປະສຳຄັນກັບບັນດາການນຳພັກ, ລັດ ຫວຽດນາມ. ສອງຝ່າຍຄາດວ່າຈະເຊັນເອກະສານຮ່ວມມືໃນບັນດາຂົງເຂດຈຳນວນໜຶ່ງ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ ປະ​ຕິ​ເສດ​ການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ​ສິນ​ຄ້າ ກາ​ນາ​ດາ

ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ ປະ​ຕິ​ເສດ​ການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ​ສິນ​ຄ້າ ກາ​ນາ​ດາ

ຮ່າງກົດໝາຍໂດຍບັນດາສະມາຊິກລັດຖະສະພາພັກປະຊາທິປະໄຕສະເໜີໂດຍໄດ້ຮັບຮອງເອົາດ້ວຍອັດຕາບັດເຫັນດີ 219 ບັດ ແລະ ບັດຄ້ານ 211ບັດ, ໃນນັ້ນມີສະມາຊິກລັດຖະສະພາພັກສາທາລະນະ 6 ທ່ານປ່ອນບັດສະໜັບສະໜູນ.

Top