ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາ​ງ​ການ

ຕາມແຜນການ, ໃນຂອບເຂດການຢ້ຽມຢາມ, ທ່ານນາງ ແພທອງທານ ຊິນນະວັດ ຈະມີການພົບປະສຳຄັນກັບບັນດາການນຳພັກ, ລັດ ຫວຽດນາມ. ສອງຝ່າຍຄາດວ່າຈະເຊັນເອກະສານຮ່ວມມືໃນບັນດາຂົງເຂດຈຳນວນໜຶ່ງ.
ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ (ພາບ: TTXVN)

ວັນທີ  15 ພຶດສະພາ, ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 15 – 16 ພຶດສະພາຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ໄທພາຍຫຼັງ 11 ປີພາຍຫຼັງການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ  ເມື່ອປີ 2014. ການຢ້ຽມຢາມໄດ້ດຳເນີນໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດພວມມີການພັດທະນາຢ່າງດີງາມ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດ. ຫວຽດນາມ ແລະ ໄທ ກໍ່ພວມມຸ່ງໄປເຖິງຂີດໝາຍສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1976 - 2026)

ຕາມແຜນການ, ໃນຂອບເຂດການຢ້ຽມຢາມ, ທ່ານນາງ ແພທອງທານ ຊິນນະວັດ ຈະມີການພົບປະສຳຄັນກັບບັນດາການນຳພັກ, ລັດ ຫວຽດນາມ. ສອງຝ່າຍຄາດວ່າຈະເຊັນເອກະສານຮ່ວມມືໃນບັນດາຂົງເຂດຈຳນວນໜຶ່ງ.


top