ຂ່າວສານ
ນາຍົກລັດຖະມົນຕີ: ສູ້ຊົນປ່ອຍງົບປະມານ 100% ແຜນການທຶນປີ 2026, ປະກອບສ່ວນປະຕິບັດເປົ້າໝາຍເຕີບໂຕເສດຖະກິດສອງຕົວເລກ
ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຮຽກຮ້ອງວ່າ:
“ສ້າງແຜນການປ່ອຍງົບປະມານສຳລັບແຕ່ລະໂຄງການ; ດັດປັບທຶນໄປສູ່ບັນດາໂຄງການທີ່ມີຄວາມສາມາດປ່ອຍເງິນດີ ແລະ ມີຄວາມຕ້ອງການປະກອບທຶນເພີ່ມເຕີມຢ່າງທັນການ. ເປັນເຈົ້າການກວດກາ, ແກ້ໄຂສິ່ງກີດຂວາງທີ່ເກີດຂຶ້ນໃໝ່ຢູ່ທີ່ກົມກອງ ແລະ ພາກສະໜາມໃນທັນທີ; ກຳນົດໄດ້ບັນດາຈຸດຄົງຂ້າງ, ຈຸດອ່ອນໃນແຕ່ລະຂອດ, ແຕ່ລະໂຄງການ, ແຕ່ລະບໍລິເວນເພື່ອມີວິທີການແກ້ໄຂຢ່າງວ່ອງໄວ.”
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຍື່ນສະເໜີ ຮ່າງກົດໝາຍ 2 ສະບັບທີ່ຫຍຸບເຂົ້າກັນຄື ກົດໝາຍວ່າດ້ວຍການລົງທຶນພາກລັດ ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ປັບປຸງກົດໝາຍວ່າດ້ວຍການປະມູນຕໍ່ສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 2; ຍູ້ແຮງການປະຕິຮູບລະບຽບການບໍລິຫານໃນການລົງທຶນພາກລັດ ຕາມທິດກະທັດລັດ, ຈະແຈ້ງ, ແນໃສ່ຫຼຸດຜ່ອນເວລາກະກຽມ ແລະ ຜັນຂະຫຍາຍໂຄງການ ກໍຄື ຄ່າໃຊ້ຈ່າຍຕ່າງໆໃຫ້ແກ່ບັນດາເຈົ້າກຳທີ່ເຂົ້າຮ່ວມ.








