• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ທະຫານເຂດ 5

ປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຄວາມຮຽກຮ້ອງທີ່ສູງກ່ຽວກັບພື້ນຖານປ້ອງກັນຊາດທົ່ວປວງຊົນໃຫ້ມີຄວາມໝັ້ນຄົງ, ເຂັ້ມແຂງ.
      ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວ​ຄຳ​ເຫັນ​ຊີ້​ນຳ  

ພິ​ທີ​ຕ້ອນ​ຮັບ​​ນາມມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນຂອງ​ທະ​ຫານ​ເຂດ 5, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24 ເມ​ສາ, ຢູ່ ດ່ານັ້ງ. ທ່ານ ໂຕ​ເລິມ, ເລ​ຂ​າ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ມອບ​ນາມມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ໃຫ້​ທະ​ຫານ​ເຂດ 5.

ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລ້ວ, ປະ​ເທດ​ຊາດ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່ ດ້ວຍ​ຄວາມ​ຮຽກ​ຮ້ອງ​ທີ່​​ສູງກ່ຽວ​ກັບ​ພື້ນ​ຖານ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ​ໃຫ້​​ມີ​ຄວາມ​ໝັ້ນ​ຄົງ, ເຂັ້ມ​ແຂງ. ສະ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ວ່າ:

“ກໍ່​ສ້າງ​ທະ​ຫານ​ເຂດ 5 ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ​ດ້ານການ​ເມືອງ, ​ແນວ​ຄິດ, ການ​ຈັດ​ຕັ້ງ ແລະ ພະ​ນັງ​ງານ​ຢ່າງແທດ​ຈິງ; ປ່ຽນ​ແປງ​ໃໝ່​ວຽກ​ງານ​ຝຶກ​ຊ​້ອມ, ຝຶກ​ອົບ​ຮົບ, ການ​ສຶກ​ສາ, ບຳ​ລຸງ​ສ້າງ​ຢ່າງ​ແຮງ; ຍ​ູ້​ແຮງ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊ​ີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ແຮງ; ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ສູ້​ຮົບໃນ​ເງື່ອນ​ໄຂ​ສົງ​ຄາມ​ເຕັກ​ໂນ​ໂລ​ຊີ​ສູງ, ພ້ອມ​ກັນ​ນັ້ນ ​ກໍ່ຖື​​ກຳ​ລັງ​ແກ້​ໄຂ​ບັນ​ດາ​ສະ​ພາບ​ການ​ດ້ານ​ຄວາມ​ໝັ້ນ​ຄົງ​ແບບໃໝ່, ການ​ກູ້​ໄພ​ກູ້​ຊີບ​ໃຫ້​ມີ​ປະ​ສິດ​ທິ​ຜົນ ເປັນ​ສຳ​ຄັນທີ່​ສຸດ”.

ກ່ອນ​ໜ້ານັ້ນ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ ໄດ້​ໄປ​ຖະ​ຫວາ​ຍ​ທູບ​ທຽນ, ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ອະ​ນຸ​ສາ​ວະ​ລີ​ນະ​ຄອນ ດ່ານັ້ງ ແລະ ໄປ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ແກ່​ແມ່ ຫວຽດ​ນາມ ວິ​ລະ​ຊົນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ສະໜັບສະໜູນວິໄສທັດ ແລະ ວິທີເຂົ້າເຖິງຂອງ UNESCO ເພື່ອມະນຸດ

ຫວຽດນາມ ສະໜັບສະໜູນວິໄສທັດ ແລະ ວິທີເຂົ້າເຖິງຂອງ UNESCO ເພື່ອມະນຸດ

ຫວຽດນາມ ສະໜັບສະໜູນວິໄສທັດ ແລະ ວິທີເຂົ້າເຖິງ “UNESCO ເພື່ອມະນຸດ”, ຖືມະນຸດເປັນໃຈກາງຂອງອົງການ

Top