• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ: ສູ້​ຊົນ​ປ່ອຍ​ງົບ​ປະ​ມານ 100% ແຜນ​ການ​ທຶນ​ປີ 2026, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ເປົ້າ​ໝາຍ​ເຕີບ​ໂຕ​ເສດ​ຖະ​ກິດ​ສອງ​ຕົວ​ເລກ

ຕ​ອ​ນ​ເຊົ້າ​ວັນ​ທີ 24 ເມ​ສາ, ຢູ່​ສຳ​ນັກ​ງານ​​ນາ​ຍົກ​ລັດ​ຖະ​ມົນ​ຕີ (ທີ່ ຮ່າ​ໂນ້ຍ), ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ທົ່ວ​ປະ​ເທດກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຈ​ັດ​ແບ່ງ, ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດປີ 2026. ກອງ​ປະ​ຊຸມ​ໄດ້​​ເຊື່ອມ​ຕໍ່ແບບ​ທາງ​ໄກ​ຈາກ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ເຖິງ​ບັນ​ດາ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ.
  ບັນ​ຍາ​ກາດ​ຂອງກອງ​ປະ​ຊຸມ  

ກ່ຽວ​ກັບ​ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຮຽກ​ຮ້ອງວ່າ:

“ສ້າງ​ແຜນ​ການ​ປ່ອຍ​ງົບ​ປະ​ມານ​ສຳ​ລັບ​ແຕ່​ລະ​ໂຄງ​ການ; ດັດ​ປັບ​ທຶນ​ໄປ​ສູ່​ບັນ​ດາ​ໂຄງ​ການ​ທີ່​ມີ​ຄວາມ​ສາ​ມາດ​ປ່ອຍ​ເງິນ​ດີ​ ແລະ ມີ​ຄວາມ​ຕ້ອງ​ການ​ປະ​ກອບ​ທຶນ​ເພີ່ມ​ເຕີມຢ່າງ​ທັນ​ການ. ເປັນ​ເຈົ້າ​ການກວດ​ກາ, ແກ້​ໄຂ​ສິ່ງ​ກີດ​ຂວາງ​ທີ່​ເກີດ​ຂຶ້ນ​ໃໝ່​ຢູ່​ທີ່​ກົມ​ກອງ ແລະ ພາກ​ສະ​ໜາມ​ໃນ​ທັນ​ທີ; ກຳ​ນົດ​ໄດ້​ບັນ​ດາ​ຈຸດ​ຄົງ​ຂ້າງ, ຈຸດ​ອ່ອນ​ໃນ​ແຕ່​ລະ​ຂອດ, ແຕ່​ລະ​ໂຄງ​ການ, ແຕ່​ລະ​ບໍ​ລິ​ເວນ​ເພື່ອ​ມີ​ວິ​ທີ​ການ​ແກ້​ໄຂ​ຢ່າງວ່ອງ​ໄວ.”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ຍື່ນ​ສະເໜີ​ ຮ່າງ​ກົດ​ໝາຍ​ 2 ສະ​ບັບທີ່​ຫຍຸບ​ເຂົ້າ​ກັນ​ຄື ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ພາກ​ລັດ ແລະ ກົດ​ໝາຍ​ວ່າ​ດ້ວຍ​ງົບ​ປະ​ມານ​ແຫ່ງ​ລັດ, ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ມູນ​ຕໍ່​ສະ​ພາ​ແຫ່ງ​ຊາດ ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2; ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ໃນ​ການ​ລົງ​ທຶນ​ພາກ​ລັດ ຕາມ​ທິດ​ກະ​ທັດ​ລັດ, ຈະ​ແຈ້ງ, ແນ​ໃສ່ຫຼຸດ​ຜ່ອນ​ເວ​ລາ​ກະ​ກຽມ ແລະ ຜັນ​ຂະ​ຫຍາຍ​ໂຄງ​ການ ກໍ​ຄື ຄ່າ​ໃຊ້​ຈ່າຍ​ຕ່າງໆ​ໃຫ້​ແກ່​ບັນ​ດາ​ເຈົ້າ​ກຳ​ທີ່​ເຂົ້າ​ຮ່ວມ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ສະໜັບສະໜູນວິໄສທັດ ແລະ ວິທີເຂົ້າເຖິງຂອງ UNESCO ເພື່ອມະນຸດ

ຫວຽດນາມ ສະໜັບສະໜູນວິໄສທັດ ແລະ ວິທີເຂົ້າເຖິງຂອງ UNESCO ເພື່ອມະນຸດ

ຫວຽດນາມ ສະໜັບສະໜູນວິໄສທັດ ແລະ ວິທີເຂົ້າເຖິງ “UNESCO ເພື່ອມະນຸດ”, ຖືມະນຸດເປັນໃຈກາງຂອງອົງການ

Top