• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ເພື່ອ​ແນ​ໃສ​່​ສ້າງ​ໂຄງ​ປະ​ກອບ​ຂອງ​ໜ່ວຍ​ງານ​ເຄື່ອນ​ໄຫວ​ເຮືອ​ຫາ​ປາ, ຕິດ​ພັນ​ກັບ​ການ​ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ຕາມ​ທິດ​ຍືນ​ຍົງ, ແຂວງ ຢາ​ລາຍ ໄດ້​ສະ​ຫງວນ​ງົບ​ປະ​ມານກວ່າ 212 ຕື້​ດົ່ງ (ກວ່າ 8 ລ້ານ USD) ເພື່ອ​ໃຫ້ 16 ຕາ​ແສງ​ແຄມ​ທະ​ເລ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​​ໜູນ​ຊ່ວຍ​ຊາວ​ປະ​ສົງ​ທີ່ບໍ່​ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວ​ຢ່າງ​ພຽງ​ພໍ, ພ້ອມ​ທັງ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ.
  ບັນ​ດາ​ເຮືອ​ຫາ​ປາ​ຢູ່​ ໂຮ້ຍ​ເຕີນ, ຕາ​ແສງ ກຸຍ​ເຍີນ​ຕາ​ເວັນ​ອອກ, ແຂວງ ຢາ​ລາຍ (ພາບ: VOV)  

ປັດ​ຈຸ​ບັນ, ໃນທົ່ວ​ແຂວງ ຢາ​ລາຍ ມີ​ເຮືອ​ຫາ​ປາທີ່​ມີ​ຄວາມ​ຍາວ 6 ແມັດ​ຂຶ້ນ​ໄປ​ທັງ​ໝົດ 424 ລຳ ແມ່ນ​ບໍ່​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ ຫຼື ບໍ່​ມີ​ຄວາມ​ຕ້ອງ​ການອອກ​ໄປ​ຈັບ​ຫາ​ປາ​ຢູ່ນອກ​ຝັ່ງ, ຈະ​ໄດ້​ຊົມ​ໃຊ້​ນະ​ໂຍ​ບາຍ​ລົບ​ລ້າງ​ເຮືອ​ຫາ​ປາ​ຕາມ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຂວງ. ​ທ້າວ ຫງວຽນ​ຫືວ​ດາດ ຊາວ​ປະ​ມົງ​ຢູ່​ຕາ​ແສງ ກຸຍ​ເຍິນ​ຕາ​ເວັນ​ອອກ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຊາວ​ປະ​ມົງ​ທີ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ນະ​ໂຍ​ບາຍ​ນີ້​ໃຫ້​ຮູ້​ວ່າ ​ລາວ​ພວມ​ປະ​ກອບ​ເອ​ກະ​ສານ​ເພື່ອ​ລົບ​ລ້າງ ແລະ ຫັນ​ປ່ຽນ​ອ​າ​ຊີບ​ຕາມ​ນະ​ໂຍ​ບາຍ​ຂອງ​ແຂວງ ຢາ​ລາຍ.

“ເຮືອ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາ 2 ປີ​ແລ້ວ, ການ​ໄປ​ຈັບ​ຫາ​ປາ​ກໍ​ນັບ​ມື້​ນັບ​ຍາກກວ່າ, ບໍ່​​ສາ​ມາດຮັບ​ປະ​ກັນ​ແຫຼ່ງ​ລາຍ​ຮັບ​ໃຫ້​ແກ່​ຄອບ​ຄົວໄດ້. ດຽວ​ນີ້, ລັດ​ໃຫ້​ການ​ໜູນ​ຊ່ວຍ​, ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ. ຈຳ​ນວນ​ເງິນ​ທີ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ນັ້ນ ກໍ​ພໍ​ມີ​ທຶນ​ເພື່ອ​ດຳ​ເນີນ​ການຄ້າ​ຂາຍ​ຂະ​ໜາດ​ນ້ອຍ. ​ຖ້າ​ລັດ​ໃຫ້​ການ​ຊ່ວຍ​ເຫຼືອ​ຮຽນ​ວິ​ຊ​າ​ຊີບ​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ຮຽນ​ຂັບ​ລົດ, ເພື່ອ​ໃຫ້​ເສດ​ຖະ​ກິດ​ຄອບ​ຄົວ​ມີຄວາມ​ເປັນ​ປົກ​ກະ​ຕິກວ່າ​ເກົ່າ”.

ແຜນ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ການ​ລົບ​ລ້າງ​ເຮືອ ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ອາ​ຊີບ ພວມ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຊາວ​ປະ​ມົງ​ແຂວງ ຢາ​ລາຍ.

(ແຫຼ່ງຄັດຈາກ VOV)

ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ Eurozone ຫຼຸດ​ລົງ

ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ Eurozone ຫຼຸດ​ລົງ

ຕາມ​ໝາກ​ຜົນ​ການ​ສຳຫຼວດ​ໂດຍ S&P Global ປະ​ກາດ​ໃນ​ວັນ​ທີ 23 ເມ​ສາ, ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຂົງ​ເຂດ​ນຳ​ໃຊ້​ສະ​ກຸນ​ເງິນ​ລວມ ເອີ​ໂຣ (Eurozone) ໃນ​ເດືອນ​ເມ​ສາ​ຜ່ານ​ມາ ໄດ້ຫຼຸດ​ລົງ​ເປັນ​ຄັ້ງ​ທຳ​ອິດ ພາຍຫຼັງໄລ​ຍະ 16 ເດືອນ, ຍ້ອນ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອ​ອກ​ກາງ ໄດ້​ເຮັດ​ໃຫ້​ລາ​ຄາ​ພະ​ລັງ​ງານ​ເພີ່ມ​ຂຶ້ນ​ສູງ ແລະ ລະ​ບົບ​ການ​ສະ​ໜອງ​ທົ່ວ​ໂລກ​ຖືກ​ຂາດ​ວັກ​ຂາດ​ຕອນ.

Top