ການນຳສອງທ່ານເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການຮັກສາການແລກປ່ຽນໃນທຸກຊ່ອງທາງພັກ, ລັດ ແລະ ພົບປະແລກປ່ຽນປະຊາຊົນເປັນປະຈຳ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ຫັນເປັນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານ ແລະ ການຮ່ວມມືທາງທະເລຢ່າງແທດຈິງ ແລະ ມີປະສິດທິຜົນ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຫວຽດນາມ ໃນການໂອ້ລົມທາງໂທລະສັບກັບທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ (ພາບ: TTXVN)
“ອົດສະຕາລີ ຍາມໃດກໍແມ່ນເພື່ອນທີ່ໄວ້ເນື້ອເຊື່ອໃຈ, ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ເຕັມໄປດ້ວຍກຳລັງບົ່ມຊ້ອນ ແລະ ມີທີ່ຕັ້ງ, ບົດບາດນັບມື້ນັບເພີ່ມຂຶ້ນໃນພາກພື້ນ, ພ້ອມກັນແບ່ງປັນກັບ ຫວຽດນາມ ຫຼາຍຜົນປະໂຫຍດຍຸດທະສາດ ກໍຄືບັນດາຈຸດຄ້າຍຄືກັນກ່ຽວກັບການພັດທະນາແບບກວມລວມ, ຫັນເປັນສີຂຽວ, ເສດຖະກິດດີຈີຕອນ ແລະ ເປັນເຈົ້າຍຸດທະສາດ. ນີ້ແມ່ນຄໍາຢັ້ງຢືນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຫວຽດນາມ ໃນການໂອ້ລົມທາງໂທລະສັບກັບທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 24 ເມສາ ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ).
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍບັນດາການນຳ ຫວຽດນາມ ທີ່ເຂົ້າຮ່ວມການໂອ້ລົມທາງໂທລະສັບ (ພາບ: TTXVN)
ສ່ວນທ່ານນາຍົກລັດຖະມົນຕີ Anthony Albanese ຢັ້ງຢືນວ່າ ອົດສະຕາລີ ປາດຖະໜາຢາກເພີ່ມທະວີສາຍພົວພັນກັບ ຫວຽດນາມ ໃນທຸກຂົງເຂດຫຼາຍກວ່າອີກ ແລະ ຈະຮ່ວມເດີນທາງ, ສະໜັບສະໜູນ, ໜູນຊ່ວຍ ຫວຽດນາມ ປະຕິບັດການປະຕິຮູບ ແນໃສ່ບັນລຸໄດ້ເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບສູງໃນປີ 2045.
ເມື້ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ, ການນຳສອງທ່ານເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການຮັກສາການແລກປ່ຽນໃນທຸກຊ່ອງທາງພັກ, ລັດ ແລະ ພົບປະແລກປ່ຽນປະຊາຊົນເປັນປະຈຳ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ຫັນເປັນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານ ແລະ ການຮ່ວມມືທາງທະເລຢ່າງແທດຈິງ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)