ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງຄວາມເປັນເຈົ້າການຂອງນະຄອນ ດ່ານັ້ງ ໃນການຫັນບັນດາການກຳນົດທິດໃຫຍ່ຂອງສູນກາງໃຫ້ກາຍເປັນໂຄງການການກະທຳໃນໄລຍະຜ່ານມາ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ
ຕອນບ່າຍວັນທີ 25 ເມສາ, ຢູ່ນະຄອນ ດ່ານັ້ງ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ດ່ານັ້ງ ກ່ຽວກັບສະພາບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ໜ້າທີ່ການເມືອງຈຸດສຸມຈຳນວນໜຶ່ງຂອງນະຄອນ.
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງຄວາມເປັນເຈົ້າການຂອງນະຄອນ ດ່ານັ້ງ ໃນການຫັນບັນດາການກຳນົດທິດໃຫຍ່ຂອງສູນກາງໃຫ້ກາຍເປັນໂຄງການການກະທຳໃນໄລຍະຜ່ານມາ. ເມື່ອເນັ້ນໜັກໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ:
“ສຸມໃສ່ເປັນຢ່າງສູງໃຫ້ແກ່ເປົ້າໝາຍເຕີບໂຕຢ່າງວ່ອງໄວ, ແຕ່ຕ້ອງຍືນຍົງ, ແທດຈິງ ແລະ ມີຄຸນນະພາບ; ຮູບແບບເຕີບໂຕໃໝ່ຂອງນະຄອນ ຕ້ອງອີງໃສ່ສະມັດຕະພາບ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ປະສິດທິຜົນການຈັດແບ່ງແຫຼ່ງກຳລັງ. ຕ້ອງພັດທະນາຢ່າງແຮງຕໍ່ບັນດາບັນດາຂົງເຂດມີມູນຄ່າເພີ່ມສູງ ແລະ ມີກຳລັງແຜ່ກະຈາຍໃຫຍ່, ຄື: ການບໍລິການມີຄຸນນະພາບສູງ, ການທ່ອງທ່ຽວຄຸນນະພາບສູງ, logistics, ອຸດສາຫະກຳເຕັກໂນໂລຊີສູງ, ການເງິນ, ເສດຖະກິດດີຈີຕອນ…”
(ແຫຼ່ງຄັດຈາກ VOV)