• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈີງ: ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດ​ນາມ ຕ້ອງ​ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ເສດ​ຖະ​​ກິດ ຫວຽດ​ນາມ ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ; ຕັ້ງ​ໜ້າ​ເຊື່ອມ​ໂຍງ​​ສາ​ກົນ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສືບຕໍ່ປະກອບສ່ວນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ
  ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈີງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: nhandan.vn)  

ຕອນເຊົ້າວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນຢູ່ກອງປະຊຸມສະຫຼຸບວຽກງານປີ 2022, ຜັນຂະຫຍາຍໜ້າທີ ປີ 2023 ຂອງຂະແໜງ ແຜນການ ແລະ ການລົງທຶນ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ສະເໜີໃຫ້ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສືບຕໍ່ມານະພາຍາຍາຫຼາຍກ່ວາອີກ ໃນວຽກງານບໍລິຫານແຜນການ ແລະ ປະສານງານເສດຖະກິດມະຫາພາກ ເພື່ອຄວາມໝັ້ນຄົງທາງດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້. ທາງກະຊວງຕ້ອງຕິດຕາມການຜັນແປສະພາບການຂອງພາກພື້ນ ແລະ ໂລກຢ່າງໃກ້ຊິດ; ສັງເກດເຫັນແຈ້ງກາລະໂອກາດ, ສິ່ງທ້າທາຍ; ເພີ່ມທະວີວຽກງານຄາດຄະເນ, ກ່າວເຕືອນ, ເປັນເຈົ້າການສ້າງແຜນການເພື່ອເປັນເສນາທິການໃຫ້ ລັດຖະບານ, ນາຍົກລັດຖະມົນຕີ ຢ່າງທັນການ ກ່ຽວກັບບັນດາມາດຕະການໃນການຊີ້ນຳ, ບໍລິຫານ ແລະ ຜັນຂະຫຍາຍບັນດາມະຕິ ຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສືບຕໍ່ປະກອບສ່ວນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ; ແກ້ໄຂຂໍ້ຕິດຂັດທີ່ເກີດຂຶ້ນ; ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ນຳໃຊ້ວິທະຍາສາດເຕັກໂນໂລຊີ, ຕິດແທດບັນດາທ່າອ່ຽງໃຫຍ່, ເຊັ່ນ: ການພັດທະນາເສດຖະກິດໝູນວຽນ, ເສດຖະກິດສີຂຽວ; ລະດົມແຫຼ່ງກຳລັງສັງຄົມ ເຂົ້າໃນການລົງທຶນພັດທະນາ; ຊຸກຍູ້ການຫັນເປັນດີຈີຕອນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top