• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ 4 ປະ​ເທດ

ຍີ່ປຸ່ນ ໄດ້ເຜີຍໃຫ້ຮູ້ວ່າ ພວມກະກຽມໃຫ້ທ່ານນາຍົກລັດຖະມົນຕີ Kishida Fumio ໄປຢ້ຽມຢາມ ອົດສະຕາລີ ໃນທ້າຍເດືອນພຶດສະພາ ນີ້ ເພື່ອໂອ້ລົມເຈລະຈາກັບການນຳບັນດາປະເທດ ອາເມລິກາ, ອົດສະຕາລີ ແລະ ອິນເດຍ.
ທ່ານນາຍົກລັດຖະມົນຕີ Kishida Fumio (ພາບ: Kyodo/TTXVN)

ຕາມແຫຼ່ງຂ່າວຈາກລັດຖະບານ ຍີ່ປຸ່ນ ໄດ້ເຜີຍໃຫ້ຮູ້ວ່າ ພວມກະກຽມໃຫ້ທ່ານນາຍົກລັດຖະມົນຕີ Kishida Fumio ໄປຢ້ຽມຢາມ ອົດສະຕາລີ ໃນທ້າຍເດືອນພຶດສະພາ ນີ້ ເພື່ອໂອ້ລົມເຈລະຈາກັບການນຳບັນດາປະເທດ ອາເມລິກາ, ອົດສະຕາລີ ແລະ ອິນເດຍ.

ກອງປະຊຸມຄັ້ງນີ້ ຄາດວ່າຈະໄດ້ດຳເນີນພາຍຫຼັງກອງປະຊຸມສຸດຍອດຄັ້ງທີ 49 ຂອງ G7, ຢູ່ນະຄອນ Hiroshima ແຕ່ວັນທີ 19 ພຶດສະພາ - 21 ພຶດສະພາ, ເຊິ່ງຈະແມ່ນກອງປະຊຸມສຸດຍອດຂອງກຸ່ມ 4 ປະເທດ (Quad) ຮອບທຳອິດນັບແຕ່ເດືອນພຶດສະພາ ປີ 2022. ຄາດວ່າ ການນຳ 4 ປະເທດ ຈະປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ ແລະ ພາກພື້ນ ອາຊີຕາເວັນອອກ ໂດຍອີງໃສ່ໝາກຜົນຂອງກອງປະຊຸມສຸດຍອດ G7. ບັນຫາກ່ຽວກັບການຮ່ວມມືດ້ານເສດຖະກິດ, ຄວາມໝັ້ນຄົງ ແລະ ການປ່ຽນແປງຂອງດິນຟ້າອາກາດ ແມ່ນອາດຈະນຳມາປຶກສາຫາລື, ໂດຍສະເພາະແມ່ນກ່ຽວກັບການຮ່ວມມື ເພື່ອປະຕິບັດວິໄສທັດ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ ໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top