• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາໂຕ ຮຽກຮ້ອງການສືບສວນຮອບດ້ານກ່ຽວກັບເຫດເຮືອບິນຕົກຢູ່ ກາຊັກສະຖານ

NATO ຂໍສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວຜູ້ຖືກເຄາະຮ້າຍໃນອຸບັດຕິເຫດດັ່ງກ່າວ.
ອຸບັດຕິເຫດເຮືອບິນຂອງບໍລິສັດການບິນ Azerbaijan Airlines (ພາບ: AA/TTXVN)

ວັນທີ 26 ທັນວາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ຮຽກຮ້ອງໃຫ້ດຳເນີນການສືບສວນຮອບດ້ານກ່ຽວກັບສາຍເຫດທີ່ກໍ່ໃຫ້ເກີດອຸບັດຕິເຫດເຮືອບິນຂອງບໍລິສັດການບິນ Azerbaijan Airlines ຕົກ, ເຮັດໃຫ້ 38 ຄົນເສຍຊີວິດໃນວັນທີ 25 ທັນວາ. ໃນສື່ສັງຄົມອອນລາຍ X, ທ່ານນາງ Farah Dakhlallah, ໂຄສົກຂອງ NATO ໃຫ້ຮູ້ວ່າ, NATO ຂໍສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວຜູ້ຖືກເຄາະຮ້າຍໃນອຸບັດຕິເຫດດັ່ງກ່າວ.

ແລະກໍ່ໃນວັນທີ 26 ທັນວາ, ທ່ານ Dmitry Peskov, ໂຄສົກວັງ Kremlin ກໍ່ເນັ້ນໜັກວ່າ ການສືບສວນສາຍເຫດພາໄປເຖິງການເກີດອຸບັດຕິເຫດເຮືອບິນຂອງບໍລິສັດການບິນ Azerbaijan Airlines ພວມໄດ້ຮັບການປະຕິບັດ ແລະ ຈະແມ່ນຄວາມຜິດພາດເມື່ອຍົກອອກການຄາດຄະເນໃດໆໃນຈຸດເວລານີ້. ກ່ອນໜ້ານັ້ນ, ໃນວັນດຽວກັນ, ປະທານສະພາສູງ ກາຊັກສະຖານ ໃຫ້ຮູ້ວ່າ, ຍັງບໍ່ທັນຢັ້ງຢືນສາຍເຫດກໍ່ໃຫ້ເກີດອຸບັດຕິເຫດໄດ້ເທື່ອ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເປັນ​ປ​ະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev ຢ່າງ​ເປັນາ​ທງ​ການ.

Top