• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມຄັ້ງທີ 3 ຄະນະຊີ້ນຳການປະຕິຮູບບໍລິຫານຂອງລັດຖະບານ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ປີ 2022 ແລະ ເດືອນທຳອິດຂອງປີ 2023, ໃນຜົນສຳເລັດລວມຂອງທັງປະເທດ, ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງວຽກງານປະຕິຮູບບໍລິຫານ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ກອງປະຊຸມ (ພາບ:baochinhphu.vn)  

ຕອນເຊົ້າວັນທີ 3 ກຸມພາ ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳກ່ຽວກັບການປະຕິຮູບບໍລິຫານຂອງລັດຖະບານ ໄດ້ເປັນປະທານກອງປະຊຸມຄັ້ງທີ 3 ຂອງຄະນະຊີ້ນຳ, ສະຫລຸບວຽກງານປີ 2022 ແລະ ຜັນຂະຫຍາຍວຽກງານປີ 2023.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ປີ 2022 ແລະ ເດືອນທຳອິດຂອງປີ 2023, ໃນຜົນສຳເລັດລວມຂອງທັງປະເທດ, ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງວຽກງານປະຕິຮູບບໍລິຫານ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຜູ້ແທນຕີລາຄາ, ເຮັດແຈ້ງໝາກຜົນທີ່ບັນລຸໄດ້, ວາງອອກເປົ້າໝາຍ, ໜ້າທີ່, ມາດຕະການລະອຽດ ເພື່ອຜັນຂະຫຍາຍ, ປະຕິບັດແຜນການເຄື່ອນໄຫວປີ 2023 ໃຫ້ເປັນຢ່າງດີ. ຈາກນັ້ນ, ສ້າງຄວາມສະດວກທີ່ສຸດ, ຫລຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ຫລຸດລາຄາ, ເພີ່ມທະວີກຳລັງແກ່ງແຍ້ງຂອງສິນຄ້າ, ວິສາຫະກິດ, ພື້ນຖານເສດຖະກິດ, ຍູ້ແຮງການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳໃຫ້ປະຊາຊົນ, ຊຸກຍູ້ການຟື້ນຟູ, ພັດທະນາເສດຖະກິດ, ສັງຄົມ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົ້ນເອງ ຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ແທດຈິງ, ມີປະສິດທິຜົນ, ສະກັດກັ້ນການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ຟຸມເຟືອຍ, ເພື່ອເປົ້າໝາຍສ້າງປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ປະຊາຊົນນັບມື້ນັບມີຢູ່ມີກິນ ແລະ ຜາສຸກ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີສົ່ງຈົດໝາຍອວຍພອນພໍ່ແມ່ຊາວເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

ນາຍົກລັດຖະມົນຕີສົ່ງຈົດໝາຍອວຍພອນພໍ່ແມ່ຊາວເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງວັດທະນະທຳທີ່ເປັນເອກະລັກສະເພາະ, ຄວາມໝາຍສຳຄັນພິເສດຂອງບຸນປີໃໝ່ Chol Chnam Thmay ແລະ ຂໍອວຍພອນໃຫ້ທຸກຄົນຈົ່ງມີໂຊກມີໄຊ

Top