• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ 7 ກະຊວງຕັ້ງໜ່ວຍງານພິເສດ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ໜ່ວຍງານພິເສດ ຕ້ອງລາຍງານປະຈຳວັນຕໍ່ລັດຖະມົນຕີ ແລະ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ມີການສະເໜີ, ຂໍ້ສະເໜີແນະສຳລັບບັນດາບັນຫາທີ່ຢູ່ເໜືອສິດອຳນາດຂອງຕົນຢ່າງທັນການ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ກອງປະຊຸມ
     ເພື່ອໜູນຊ່ວຍ ແລະ ຮັບໃຊ້ໃຫ້ແກ່ວຽກງານ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນທາງພາກໃຕ້ຢ່າງທັນການ ແລະ ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ໄດ້ລົງນາມເອກະສານກ່ຽວກັບການສ້າງຕັ້ງ “ໜ່ວຍງານພິເສດ” ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ລັດຖະມົນຕີ 7 ທ່ານລວມມີ: ລັດຖະມົນຕີກະຊວງປ້ອງກັນປະເທດ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ, ລັດຖະມົນຕີກະຊວງກໍ່ສ້າງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ອີງໃສ່ບົດບາດໜ້າທີ່, ສິດອຳນາດທີ່ໄດ້ຮັບການມອບໝາຍ, ສ້າງຕັ້ງໜ່ວຍງານພິເສດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງແຕ່ລະກະຊວງຢູ່ນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນທາງພາກໃຕ້ ໃນທັນທີ, ໂດຍຮອງລັດຖະມົນຕີທ່ານໜຶ່ງຮັບຜິດຊອບໂດຍກົງເພື່ອສົມທົບກັບນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນທາງພາກໃຕ້ຢ່າງແໜ້ນແຟ້ນ. ໜ່ວຍງານພິເສດ ຕ້ອງລາຍງານປະຈຳວັນຕໍ່ລັດຖະມົນຕີ ແລະ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ມີການສະເໜີ, ຂໍ້ສະເໜີແນະສຳລັບບັນດາບັນຫາທີ່ຢູ່ເໜືອສິດອຳນາດຂອງຕົນຢ່າງທັນການ.
        ວັນທີ 18 ກໍລະກົດ, ທ່ານນາຍົກລັດຖະມົນຕີກໍ່ໄດ້ລົງນາມເອກະສານກ່ຽວກັບການສະຖິຕິບຸກຄະລາກອນທາງສາທາລະນະສຸກ ເພື່ອຟື້ນຟູ, ຕ້ານໂລກລະບາດໂຄວິດ - 19. ຕາມນັ້ນແລ້ວ, ກໍ່ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນຮີບເຮັ່ງ ລວບລວມຕົວເລກລາຍງານຕໍ່ນາຍົກລັດຖະມົນຕີ ແລະ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ກ່ອນເວລາ 17 ໂມງ 00 ນາທີ ຂອງວັນທີ 20 ເດືອນ ກໍລະກົດ ປີ 2021. ບັນດາແຂວງ, ນະຄອນໄດ້ສົມທົບກັບກະຊວງສາທາລະນະສຸກຢ່າງແໜ້ນແຟ້ນ ເພື່ອປະຕິບັດການຈັດແບ່ງ ແລະ ຈັດຕັ້ງການສັກວັກຊິນກັນໂຄວິດ - 19 ຢ່າງເຂັ້ມງວດ, ມີປະສິດທິຜົນ ໃຫ້ແກ່ບັນດາເປົ້າໝາຍຕາມຂໍ້ກຳນົດ, ຮັບປະກັນໃຫ້ທັນການ, ມີຄວາມປອດໄພ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top