• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ອິດສະຣາແອນ: ບໍ່ມີການຢຸດຍິງຍາວນານຢູ່ເຂດ ກາຊາ ກ່ອນທີ່ ຮາມາດ ຖືກຕີໃຫ້ປະລາໄຊ

ທ່ານນາຍົກລັດຖະມົນຕີ Benjamin Netanyahu ອີກຄັ້ງຫນຶ່ງ ໄດ້ຢືນຢັນວ່າ: ເງື່ອນໄຂນີ້ຈະບໍ່ປ່ຽນແປງ ເພື່ອແນໃສ່ຮັບປະກັນໃຫ້ເຂດ ກາຊາ ບໍ່ມີການນາບຂູ່ໃດອີກແລ້ວທີ່ມີຕໍ່ ອິດສະຣາແອນ.
ລົດຖັງຂອງ ອິດສະຣາແອນ ຢູ່ ເຂດ ກາຊາ. ພາບ: Reuters

ວັນທີ 1 ມິຖຸນາ, ໃນຖະແຫລງການໂດຍ ຫ້ອງວ່າການ ນາຍົກລັດຖະມົນຕີ ອິດສະຣາແອນ ປະກາດ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ອີກຄັ້ງຫນຶ່ງ ໄດ້ຢືນຢັນວ່າ ຈະບໍ່ມີການຢຸດຍິງຍາວນານຢູ່ເຂດ ກາຊາ ກ່ອນທີ່ທັງໝົດກຳລັງຄວາມສາມາດດ້ານການທະຫານ ແລະ ການຄຸ້ມຄອງຂອງ ຮາມາດ ຖືກຕີໃຫ້ປະລາໄຊ. ເງື່ອນໄຂນີ້ຈະບໍ່ປ່ຽນແປງ ເພື່ອແນໃສ່ຮັບປະກັນໃຫ້ເຂດ ກາຊາ ບໍ່ມີການນາບຂູ່ໃດອີກແລ້ວທີ່ມີຕໍ່ ອິດສະຣາແອນ.

ໃນເຫດການກ່ຽວຂ້ອງ, ວັນທີ 1 ມິຖຸນາ, ອາເມລິກາ, ອີຢີບ ແລະ ກາຕາ ຊື່ງແມ່ນສາມປະເທດເປັນກາງຊ່ວຍໄກ່ເກ່ຍ ໄດ້ອອກຖະແຫລງການຮ່ວມ ເພື່ອເລັ່ງລັດ ອິດສະຣາແອນ ແລະ ຮາມາດ ບັນລຸຂໍ້ຕົກລົງຢຸດຍິງໂດຍໄວ ແລະ ປ່ອຍຕົວອິດສະຫລະໃຫ້ຕົວປະກັນຢູ່ ເຂດ ກາຊາ ໂດຍອີງໃສ່ບັນດາຫລັກການໂດຍປະທານາທິບໍດີ ອາເມລິກາ Joe Biden ປະກາດໃນວັນທີ 31 ພຶດສະພາ. ຖະແຫລງການຊີ້ແຈ້ງວ່າ ບັນດາຂໍ້ມາດຕານີ້ ໄດ້ຄິດໄລ່ເຖິງຄຳສະເຫນີໃຫ້ທຸກຝ່າຍໃນຂໍ້ຕົກລົງສະບັບຫນຶ່ງຮັບໃຊ້ໃຫ້ຫລາຍຜົນປະໂຫຍດ. ຂໍ້ຕົກລົງນີ້ ກໍ່ຍົກອອກແຜນການມຸ່ງໄປເຖິງການຢຸດຍິງຍາວນານ ແລະ ຢຸດຕິວິກິດການປະຈຸບັນຢູ່ເຂດ ກາຊາ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top