• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບລັດຖະມົນຕີການຮ່ວມມືສາກົນ ມຽນມາ

ທ່ານ  U Kyaw Tin ລັດຖະມົນຕີຍັງສະແດງຄວາມເຊື່ອໝັ້ນວ່າຄາດໝາຍວົງເງິນການຄ້າສອງຝ່າຍຈະໃຫ້ບັນລຸໄດ້ 1 ຕື້ USD ໃນປີ 2020 ນັ້ນແມ່ນຈະປະກົດຜົນເປັນຈິງ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບທ່ານ U Kyaw Tin ລັດຖະມົນຕີກະຊວງຮ່ວມມືສາກົນ ມຽນມາ (ພາບ: VGP/Quang Hiếu)

ວັນທີ 12 ມີນາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ U Kyaw Tin ລັດຖະມົນຕີກະຊວງຮ່ວມມືສາກົນ ມຽນມາ ໃນໂອກາດທີ່ທ່ານມາເປັນປະທານຮ່ວມກອງປະຊຸມປະສົມກ່ຽວກັບການຮ່ວມມືສອງຝ່າຍຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ມຽນມາ ໃນການຊຸກຍູ້ວິວັດທະນາການສັນຕິພາບ ແລະ ໄກເກ່ຍຄວາມປອງດອງລະຫວ່າງຊົນຊາດເຊົາເຜົ່າ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການແກ້ໄຂບັນຫາຊົນຊາດຊົນເຜົ່າຢູ່ໃນປະເທດ ກໍ່ຄືໃນການພົວພັນການຕ່າງປະເທດ. ຫວຽດນາມ ກໍ່ ຫວັງວ່າທັງສອງປະເທດຈະສືບຕໍ່ ສົມທົບກັນຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນໃນປີທີ່ ຫວຽດນາມ ດຳລົງຕຳແໜ່ງປະທານ ອາຊຽນ 2020 ແລະ ແມ່ນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ ມຽນມາ ຈົ່ງ ມີຄຳເວົ້າທີ່ຕັ້ງໜ້າໃນການສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ໃນບັນຫາທະເລຕາເວັນອອກ, ຢັ້ງຢືນວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່. ທ່ານນາຍົກລັດຖະມົນຕີຍັງສະເໜີ ໃຫ້ສອງປະເທດຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວຢ່າງແຮງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນວິສາຫະກິດ, ການພົບປະແລກປ່ຽນສິນຄ້າ…

ສ່ວນທ່ານ U Kyaw Tin ລັດຖະມົນຕີກະຊວງຮ່ວມມືສາກົນ ມຽນມາຢັ້ງຢືນວ່າ ມຽນມາ ຍາມໃດກໍ່ສະໜັບສະໜູນ ຫວຽດນາມ ໃນບັນດາບັນຫາໃນພາກພື້ນ ແລະ ສາກົນກໍ່ຄືສະໜັບສະໜູນ ຫວຽດນາມສະໝັກເຂົ້າໃນຕຳແໜ່ງກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 - 2021. ເນັ້ນໜັກວ່າ ການພົວພັນລະຫວ່າງສອງປະເທດພວມໄດ້ຮັບການພັດທະນາຢ່າງດີງາມ, ໂດຍສະເພາະແມ່ນການຄ້າ ແລະ ການລົງທຶນ, ທ່ານລັດຖະມົນຕີຍັງສະແດງຄວາມເຊື່ອໝັ້ນວ່າຄາດໝາຍວົງເງິນການຄ້າສອງຝ່າຍຈະໃຫ້ບັນລຸໄດ້ 1 ຕື້ USD ໃນປີ 2020 ນັ້ນແມ່ນຈະປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top