• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປະຊຸມກັບທ້ອງຖິ່ນຕ່າງໆກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຜ່ານທາງອອນລາຍ

      ກອງປະຊຸມຖືກດຳເນີນໃນສະພາບການທີ່ໂລກລະບາດພວມມີການຜັນແປຢ່າງສັບສົນຢູ່ບັນດາແຂວງພາກໃຕ້ໃນຊຸມວັນຜ່ານມາ ເພື່ອແນໃສ່ປຶກສາຫາລື, ຕີລາຄາຄືນສະພາບການ, ພິຈາລະນາບັນດາຄວາມຫຍຸ້ງຍາກ ເຊິ່ງທ້ອງຖິ່ນຕ່າງໆຕ້ອງການຮັບການຊ່ວຍເຫຼືອຈາກ ລັດຖະບານ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍກັບການນຳບັນດາກະຊວງ, ຂະແໜງການ,
ການນຳບັນດາແຂວງ, ນະຄອນຢູ່ພາກໃຕ້ ຫວຽດນາມ  (ພາບ: VGP)
      ຕອນເຊົ້າວັນທີ 4 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍກັບການນຳບັນດາກະຊວງ, ຂະແໜງການ, ການນຳບັນດາແຂວງ, ນະຄອນຢູ່ພາກໃຕ້ ຫວຽດນາມ ລວມມີ ນະຄອນໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ, ບິ່ງເຟຶອກ, ເຕີຍນິງ, ບ່າເຣ້ຍ - ຫວູງເຕົ່າ, ລອງອານ, ຕ່ຽນຢາງ ກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19. ກອງປະຊຸມຖືກດຳເນີນໃນສະພາບການທີ່ໂລກລະບາດພວມມີການຜັນແປຢ່າງສັບສົນຢູ່ບັນດາແຂວງພາກໃຕ້ໃນຊຸມວັນຜ່ານມາ ເພື່ອແນໃສ່ປຶກສາຫາລື, ຕີລາຄາຄືນສະພາບການ, ພິຈາລະນາບັນດາຄວາມຫຍຸ້ງຍາກ ເຊິ່ງທ້ອງຖິ່ນຕ່າງໆຕ້ອງການຮັບການຊ່ວຍເຫຼືອຈາກ ລັດຖະບານ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ຖືວ່າ ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການຕ້ອງປຶກສາຫາລືກ່ຽວກັບສາເຫດພາວະວິໄສ ແລະ ອັດຕະວິໄສຢ່າງເຂັ້ມງວດ ເພື່ອຊອກຫາວິທີການແກ້ໄຂໃຫ້ເໝາະສົມ, ມີຄວາມເປັນໄປໄດ້ ແລະ ມີປະສິດທິຜົນໃນວຽກງານປ້ອງກັນ, ຕ້ານໂລກລະບາດ.
        ພາຍຫຼັງຮັບຟັງບົດລາຍງານຂອງກະຊວງສາທາລະນະສຸກແລ້ວ, ຜູ້ແທນບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ 8 ແຂວງ, ນະຄອນ ໄດ້ຍົກອອກບັນດາສິ່ງຄ້າງຄາ , ຂໍ້ສະເໜີແນະຕໍ່ລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາມາດຕະການປະຕິບັດໃນໄລຍະຈະມາເຖິງ.
            ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ຫວຽດນາມ ຈະຢຶດໝັ້ນປະຕິບັດເປົ້າໝາຍຄວບຄູ່, ພ້ອມກັນນັ້ນກໍຄົ້ນຄວ້າ, ໝູນໃຊ້ຢ່າງມີໄຫວພິບຕາມອັນດັບບຸລິມະສິດຕາມສະພາບການ, ອາດຈະໃຫ້ບຸລິມະສິດການປ້ອງກັນ, ຕ້ານໂລກລະບາດ ຫຼື ການພັດທະນາເສດຖະກິດ - ສັງຄົມ ຫຼື ສຸມໃສ່ການປະຕິບັດໄປພ້ອມໆກັນ. ລັດຖະບານ ຈະສືບຕໍ່ຕິດຕາມສະພາບການຕົວຈິງຢ່າງໃກ້ຊິດເພື່ອຊີ້ນຳການປ້ອງກັນ, ຕ້ານໂລກລະບາດໃຫ້ມີປະສິດທິຜົນ. ເຖິງຢ່າງໃດກໍຕາມ, ບັນດາທ້ອງຖິ່ນ ຕ້ອງອີງໃສ່ສະພາບການຕົວຈິງ ເພື່ອມີການດັດປັບໃຫ້ເໝາະສົມ, ຕາມສິດອຳນາດຂອງແຂວງ, ນະຄອນ, ສົມທົບກຳລັງແຮງສັງລວມລະຫວ່າງບັນດາວິທີການ, ແຫຼ່ງກຳລັງ ແລະ ລະຫວ່າງບັນດາແຂວງ, ນະຄອນ, ກະຊວງ, ຂະແໜງການເຂົ້າກັນ.
ກ່ຽວກັບບັນດາມາດຕະການລະອຽດ, ທ່ານນາຍົກລັດຖະມົນຕີ ຊີ້ນຳໃຫ້ບັນດາທ້ອງຖິ່ນອີງໃສ່ສະພາບການໂລກລະບາດ, ຈັດຕັ້ງການຈຳກັດບໍລິເວນໃນວົງແຄບ, ແຍກຫ່າງໃນວົງກວ້າງ, ບໍ່ຂຶ້ນກັບອະນາເຂດການປົກຄອງ; ຈັດຕັ້ງການວິໄຈກວດຫາເຊື້ອ, ຄົ້ນຫາປະຫວັດການສຳຜັດໄປ - ມາ, ແຍກຕົວ, ປິ່ນປົວ, ດັບມອບໂລກລະບາດໂດຍດ່ວນ. ບັນດາກຳລັງປະຈຳຮາກຖານຕ້ອງໄປຮອດແຕ່ລະເຂດຊຸມຊົນຮ່ອມ, ເຮືອນແຕ່ລະຫຼັງ ເພື່ອກວດກາແຕ່ລະເປົ້າໝາຍ. ຜູ້ນຳລັດຖະບານ ຊີ້ນໍາທຸກຂັ້ນ, ທຸກຂະແໜງການຈົ່ງສືບຕໍ່ແນະນຳປະຊາຊົນປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດ 5 ປະການ ບວກກັບການສັກວັກຊິນ ແລະ ເຕັກໂນໂລຢີ ໃນການປ້ອງກັນ, ຕ້ານໂລກລະບາດ. ສືບຕໍ່ຍູ້ແຮງການໂຄສະນາ, ຂົນຂວາຍປຸຄກລະດົມປະຊາຊົນເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດຢ່າງຕັ້ງໜ້າ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top