• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງພາຍໃນ ລາວ

      ຕອນບ່າຍວັນທີ 9 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີ ກະຊວງພາຍໃນ ລາວ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີ ກະຊວງພາຍໃນ ລາວ
      ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຄຳໝັ້ນ ສູນວິເລີດ ໃຫ້ຮູ້ວ່າການຢ້ຽມຢາມຄັ້ງນີ້ແມ່ນໄດ້ປະຕິບັດຕາມການຊີ້ນຳຂອງກົມການເມືອງສູນກາງພັກ ປຊຊ ປະຕິວັດ ລາວ, ບັນດາສະຫາຍໃນຄະນະຜູ້ແທນກະຊວງພາຍໃນລາວມາຢ້ຽມຢາມ ຫວຽດນາມ ເພື່ອຮ່ຳຮຽນ, ແລກປ່ຽນບົດຮຽນຂອງຫວຽດນາມ ກ່ຽວກັບການຈັດຕັ້ງກົງຈັກລັດ, ເຮັດໃຫ້ກົງຈັກກະທັດລັດ, ຍົກສູງປະສິດທິຜົນ, ກຳລັງຄວາມສາມາດຂອງຖັນແຖວພະນັກງານ, ລັດຖະກອນ… ທ່ານ ຄຳໝັ້ນ ສູນວິເລີດ ປາດຖະໜາຢາກໃຫ້ກະຊວງພາຍໃນສອງປະເທດສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງຢ່າງແຮງ, ເລິກເຊິ່ງກວ້າງຂວາງກ່ວາອີກ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ         
            ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ການຮ່ວມມືລະຫວ່າງ ສອງກະຊວງໃນບັນດາຂົງເຂດ ສາສະໜາ, ການບໍລິຫານລັດ, ລັດຖະການໄດ້ມີຄວາມຄືບໜ້າດີທີ່ສຸດ…ເຊິ່ງແມ່ນບັນດາຂົງເຂດທີ່ສຳຄັນເພື່ອແນໃສ່ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາຢາກໃຫ້ສອງຝ່າຍເພີ່ມທະວີການຮ່ວມມື, ແລກປ່ຽນບັນດາບັນຫາກ່ຽວກັບນະໂຍບາຍ, ກົງຈັກການຈັດຕັ້ງ, ມະນຸດ ເພື່ອຊອກຫາທິດທາງເດີນທີ່ດີໃນການປະຕິບັດໜ້າທີ່. ສອງກະຊວງກໍ່ປຶກສາຫາລືວິທີການເພີ່ມທະວີການບຳລຸງສ້າງເຊິ່ງລັດຖະບານ ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນ ແລະ ຊ່ວຍເຫຼືອ ລາວ ໃນ ວຽກງານນີ້.
        ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຫວຽດນາມ ແລະ ລາວ ຍາມໃດກໍ່ສະໜັບສະໜູນການຮ່ວມມືນີ້ຂອງສອງກະຊວງ ແລະ ສະເໜີໃຫ້ສອງກະຊວງ ສຶກສາອົບຮົມ, ໂຄສະນາໃຫ້ແກ່ພະນັກງານ,ລັດຖະກອນ, ພາລະກອນ ເປັນຕົ້ນແມ່ນລຸ້ນໜຸ່ມໃຫ້ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບການພົວພັນສາມັກຄີມິດຕະພາບພິເສດ, ຄວາມສະໜິດຕິດແໜ້ນ ລະຫວ່າງ ສອງປະເທດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top