• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫວັງວ່າ ລອງອານ ຈະມີບາດກ້າວບຸກທະລຸເພື່ອຊຸກຍູ້ການພັດທະນາ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງເຂດອຸດສາຫະກຳທ່າກ່ຳປັ່ນ ເຟືອງດົງ ໃນບໍລິເວນຕາແສງ ເຟື໊ອກດົງ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ)

ຕອນເຊົ້າວັນທີ 21 ມີນາ, ໃນການໄປປະຕິບັດງານຢູ່ທາງພາກໃຕ້ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງເຂດອຸດສາຫະກຳທ່າກ່ຳປັ່ນ ເຟືອງດົງ ໃນບໍລິເວນຕາແສງ ເຟື໊ອກດົງ, ເມືອງ ເກີນເດື໊ອກ, ແຂວງ ລອງອານ, ໂດຍບໍລິສັດ IMG ເຟື໊ອກດົງ ເປັນເຈົ້າຂອງລົງທຶນ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະແດງຄວາມປະທັບໃຈຕໍ່ເລື່ອງການນຳແຂວງມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງໃນການຫັນການລົງທຶນເປັນວຽກງານສັງຄົມ, ພັດທະນາບັນດາພື້ນຖານໂຄງລ່າງສຳຄັນ. ການຍາດແຍ່ງເອົາໂອກາດໄວທີ່ສຸດຂອງແຂວງ ລອງອານ ນັ້ນແມ່ນ ສ້າງບັນດາເຂດ, ກຸ່ມອຸດສາຫະກຳໃນບໍລິເວນແຂວງ ເພື່ອດຶງດູດບັນດາແຫຼ່ງເງິນລົງທຶນ. ດ້ວຍເຫດການເປີດສະຫຼອງເຂດອຸດສາຫະກຳທ່າກ່ຳປັ່ນ ເຟື໊ອກດົງ ແລະ ອອກໜັງສືອະນຸຍາດ ລົງທຶນຫຼາຍໃບ, ທ່ານນາຍົກລັດຖະມົນຕີຖືວ່າ, ສິ່ງດັ່ງກ່າວຈະສ້າງກຳລັງໜູນຕື່ມອີກ ເພື່ອໃຫ້ແຂວງ ລອງອານມີການເຕີບໂຕ ແລະ ພັດທະນາ.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປກວດກາບັນດາໂຄງການຢູ່ເຂດອຸດສາຫະກຳ, ເຂດການບໍລິການອຸດສາຫະກຳ ລອງອານ, ກວດກາທ່າກ່ຳປັນສາກົນ ລອງອານ…

ແລະກໍ່ໃນຕອນເຊົ້າວັນທີ 21 ມີນາ, ຢູ່ແຂວງ ລອງອານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບຫົວໜ້າສະຖານກົງສູນໃຫຍ່ບັນດາປະເທດ: ອາເມລິກາ, ສ.ເກົາຫຼີ, ອິນເດຍ ປະຈຳນະຄອນໂຮ່ຈີມິນ ແລະ ການນຳບັນດາກຸ່ມບໍລິສັດນາໆຊາດ ທີ່ພວມມີບັນດາການເຄື່ອນໄຫວລົງທຶນຢູ່ແຂວງ ລອງອານ.

(ແຫຼ່ງຄັດຈາກ VOV)



ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top