• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງເຮັດວຽກຢູ່ເຂດເສດຖະກິດເປີດ ຈູລາຍ, ແຂວງ ກວາງນາມ

ຜົນສຳເລັດຂອງ ຈູລາຍ ໄດ້ສ້າງປະຖົມປັດໄຈອັນສຳຄັນ, ເພື່ອໃຫ້ ຈູລາຍ, ຢຸງກວດ ແລະ ນະຄອນ ດ່າໜັງ, ປະກອບສ່ວນສ້າງກຳລັງໜູນໃໝ່ໃຫ້ທົ່ວພາກກາງໄຕງວຽນ, ນັ້ນແມ່ນຂົ້ວເຕີບໂຕ ກວາງນາມ - ຢຸງກວດ - ດ່າໜັງ. 

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP)

ຕອນເຊົ້າວັນທີ 24 ມີນາ, ທີ່ເຂດເສດຖະກິດເປີດ ຈູລາຍ, ແຂວງ ກວາງນາມ, ຄະນະກຳມະການປະຊາຊົນແຂວງ ກວາງນາມ ແລະ ບໍລິສັດຫຸ້ນສ່ວນລົດໂອໂຕ ເຈື່ອງຫາຍ (Thaco) ໄດ້ຈັດຕັ້ງພິທີລົງມືກໍ່ສ້າງເຂດອຸດສາຫະກຳ, ກະສິກຳ ແລະ ປ່າໄມ້; ເຂດອຸດສາຫະກຳເຄື່ອງກົນຈັກ ແລະ ລົດໂອໂຕ Thaco ຈູລາຍ ເປີດກ້ວາງ; ໂຄງການລົງທຶນກໍ່ສ້າງທ່າກ່ຳປັ່ນ 50.000 ໂຕນ ແລະ ເຂດເຮືອນຢູ່ໃຫ້ກຳມະກອນ, ເຂດຕັ້ງຖິ່ນຖານໃໝ່.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຜົນສຳເລັດຂອງ ຈູລາຍ ໄດ້ສ້າງປະຖົມປັດໄຈອັນສຳຄັນ, ເພື່ອໃຫ້ ຈູລາຍ, ຢຸງກວດ ແລະ ນະຄອນ ດ່າໜັງ, ປະກອບສ່ວນສ້າງກຳລັງໜູນໃໝ່ໃຫ້ທົ່ວພາກກາງໄຕງວຽນ, ນັ້ນແມ່ນຂົ້ວເຕີບໂຕ ກວາງນາມ - ຢຸງກວດ - ດ່າໜັງ. ເພື່ອມຸ່ງໄປເຖິງເປົ້າໝາຍ ສ້າງຂົ້ວເຕີບໂຕ ຈູລາຍ - ຢຸງກວດ ແລະ ນະຄອນ ດ່າໜັງ, ຈູລາຍ - ກວາງນາມ, ຢຸງກວດ - ກວາງຫງ້າຍ ແລະ ນະຄອນ ດ່າໜັງ ຄວນຮ່ວມສຳພັນໃນບັນດາການວາງນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ການພັດທະນາ. ພິເສດແມ່ນບັນດາແຂວງຄວນພົບປະເຈລະຈາ, ຮ່ວມສຳພັນ ແລະ ສະເໜີຕໍ່ຂັ້ນສູນກາງ ບັນດາແນວຄວາມຄິດບຸກທະລຸກ່ຽວກັບລະບອບລະບຽບການ, ນະໂຍບາຍ ແນໃສ່ຍົກສູງກຳລັງຄວາມສາມາດແກ່ງແຍ້ງໃຫ້ທົ່ວເຂດເສດຖະກິດຈຸດສຸມພາກກາງໄຕງວຽນນີ້, ໃນນັ້ນ ມີເຂດໃຈກາງ ດ່າໜັງ, ເທື່ອທຽນເຫ້ວ, ກວາງນາມ ແລະ ຢຸງກວດ - ກວາງຫງ້າຍ.

        ແລະຕອນບ່າຍວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານພ້ອມກັບການນຳບາງກະຊວງເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກວາງນາມ ກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດສັງຄົມ.

 (ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top