• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງຫາຍຟ່ອງ


ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ທີ່​ການພົບ​ປະ
(ພາບ: thanhnien.vn)
      ຕອນ​ເຊົ້າ​ວັນ​ທີ 3/8, ຢູ່​ນະຄອນ​ຫາຍ​ຟ່ອງ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ, ລາຍ​ງານ​ໝາກຜົນ​ຂອງ​ວາລະ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ຮັບ​ຟັງ, ​ແລກປ່ຽນ​ກ່ຽວ​ກັບ​ຫຼາຍ​ເນື້ອ​ໃນ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫາຍ​ຟ່ອງ ​ສົນໃສ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​​ເປົ້າ​ໝາຍ​ສຸດ​ທ້າຍ​ຂອງ​ລັດຖະບານ​ແມ່ນ​ສ້າ​ງວຽກ​ເຮັດ​ງານ​ທຳ, ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ, ​ເພີ່ມ​ສະມັດ​ຕະພາບ​, ກຳລັງ​ຫົວຄິດ​ປະດິດ​ສ້າງ, ປົກ​ປັກ​ຮັກສາ​ສະພາບ​ແວດລ້ອມ​ແຫ່ງ​ການ​ດຳ​ລົງ​ຊີວິດ… ພ້ອມ​ກັບສ້າງ​ລະບອບ, ນະ​ໂຍບາຍ, ລັດຖະບານ​ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ວ່ອງ​ໄວ, ຊັດ​​ເຈນ, ກ້າ​ຄິດ​ກ້າ​ທຳ, ​ກ້າ​ຮັບຜິດຊອບ. ທ່ານ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ:
        “ຂ້າພະ​ເຈົ້າ​ລາຍ​ງານ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງການ​ກໍ່​ຕັ້ງພັດທະນາ, ການ​ກະທຳ, ​ເຄື່ອນ​ໄຫວ​ຢ່າງ​ຂ້ຽວຂາດ​​ເພື່ອຮັບ​ໃຊ້​ປະຊາຊົນ, ​ແຕ່​ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ຊາບ​ຊຶມ​ເຖິງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ທັງ​ລະບົບ​ຕ້ອງ​ເຄື່ອນ​ໄຫວ, ​ແກ້​ໄຂ​ບັນດາ​ຮົ້ວ​ຂີດ​ຂວາງ​ເພື່ອ​ໃຫ້​ປະຊາຊົນ, ວິ​ສາ​ຫະກິດ​ອຸ່ນ​ອ່ຽນ​ໃຈ​ພັດທະນາ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ສ້າງສາ​ປະ​ເທດ​ຊາດ​.”
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top