
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ
ທ່ານລັດຖະມົນຕີການຕ່າງປະເທດ ອານເຊຣີ Abdelkader Messahel
ຕອນບ່າຍວັນທີ 13 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອານເຊຣີ Abdelkader Messahel ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍຜົນງານຂອງການເຈລະຈາລະຫວ່າງທ່ານລັດຖະມົນຕີ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ. ທ່ານນາຍົກລັດຖະມົນຕີຖືວ່າ 2 ຝ່າຍຄວນຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງ 2 ປະເທດ; ປະຕິບັດບັນດາຄຳໝັ້ນສັນຍາລະຫວ່າງ 2 ຝ່າຍໃຫ້ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ວົງເງິນການຄ້າ 2 ຝ່າຍຍັງຕ່ຳຢູ່ ແລະ ຄວນໄດ້ຮັບການຍູ້ແຮງ, ໃນນັ້ນ, ບົດບາດຂອງວິສາຫະກິດ, ສະຫະສະມາຄົມວິສາຫະກິດ 2 ຝ່າຍແມ່ນສຳຄັນທີ່ສຸດ. 2 ຝ່າຍຄວນສູ້ຊົນບັນລຸວົງເງິນໃຫ້ໄດ້ 1 ຕື້ USD/ປີ ໃນປີ 2020. ຫວຽດນາມ ຖືເປັນສຳຄັນບົດບາດຂອງບັນດາວິສາຫະກິດ, ຖືວິສາຫະກິດແມ່ນກຳລັງໜູນຊຸກຍູ້ການພົວພັນເສດຖະກິດ, ການຄ້າ.
ຫວຽດນາມ ຕີລາຄາສູງຜົນງານຂອງວິສາຫະກິດຮ່ວມທຸລະກິດນ້ຳມັນອາຍແກັດລະຫວ່າງ 2 ປະເທດ; ປາດຖະໜາວ່າ ອານເຊຣີ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຮ່ວມທຸລະກິດນີ້ເຄື່ອນໄຫວໃຫ້ປະສົບຜົນສຳເລັດກ່ວາອີກ, ພິເສດແມ່ນສ້າງເງື່ອນໄຂສະດວກໃນການເຮັດລະບຽບການບໍລິຫານກ່ຽວກັບການສຳຫຼວດ, ຂຸດຄົ້ນນ້ຳມັນອາຍແກັດ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອານເຊຣີ Abdelkader Messahel ເຫັນດີກັບທ່ານນາຍົກລັດຖະມົນຕີ ກ່ຽວກັບການຊຸກຍູ້ການພົວພັນແລກປ່ຽນວິສາຫະກິດ 2 ປະເທດ, ເພີ່ມທະວີບົດບາດຂອງສະພາວິສາຫະກິດ, ຊຸກຍູ້ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ 2 ຝ່າຍ. 2 ຝ່າຍຄວນສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຈຸດສຸມຄື ນ້ຳມັນອາຍແກັດ, ໂທລະຄົມມະນາຄົມ, ການຢາ, ອາຊີບປະມົງ, ກະສິກຳ… ທ່ານລັດຖະມົນຕີ ໃຫ້ຮູ້ວ່າ ອານເຊຣີ ຍາມໃດກໍ່ສະໜັບສະໜູນ ຫວຽດນາມ ສະໝັກເລືອກຕັ້ງເປັນຄະນະກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
(ແຫຼ່ງຄັດຈາກ VOV)