• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສຳນັກຂ່າວສານ Prensa Latina ຂອງກູບາ


ທ່ານ Luis Enrique Gonzalez Acosta ແລະ ທ່ານ ຫງວຽນ​ຊວນ​ຟຸກ
 
      ຕອນ​ບ່າຍ​ວັນ​ທີ 27/10, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Luis Enrique Gonzalez Acosta, ປະ​ທານ​ສຳ​ນັກ​ຂ່າວ​ສານ Prensa Latina ຂອງ​ ກູ​ບາ ພ້ອມ​ກັບ​ສະ​ມາ​ຊິກ​ໃນ​ຄະ​ນະ​ມາ​ພວມ​ຢ້ຽມ​ຢາມ ແລະ ​ເຮັດ​ວຽກ​ຢູ່ ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ ( 24-19/10). ທີ່​ການ​ຕ້ອນ​ຮັບ, ທ່ານ​ຫງວຽ​ນ​ຊວນ​ຟຸກ ຕີ​ລາ​ຄາ 2 ອົງ​ການ​ສຳ​ນັກ​ຂ່​າວ​ສານ​ຂອງ ຫວຽດ​ນາມ ແລະ ກູ​ບາ ມີ​ຫຼາຍການ​ເຄື່ອນ​ໄຫວ​ຮ່ວມ​ມື​​ດ້ານວິ​ຊາ​ສະ​ເພາະ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ມີ​ຄວາມ​ໝາຍ​ໃນ​ພາ​ລະ​ກິດ​ຕໍ່​ສູ້​​ຍາດ​ເອົາ​ເອ​ກະ​ລາດ​ໃນ​ເມື່ອ​ກ່ອນ​ ແລະ ໃນ​ພາ​ລະ​ກິດ​ສ້າງ​ສາ, ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ.
        ສ່ວນ​ທ່ານ Luis Enrique Gonzalez Acosta ຢັ້ງ​ຢືນ​ວ່າ ຍາມ​ໃດ​ກູ​ບາ ກໍ່​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ສຳ​ນັກ​ຂ່າວ​ສານ Prensa Latina ແລະ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ​ໃຫ້​ເທົ່າ​ທຽມ​ກັບ​ລະ​ດັບ​ສູງ​ຂ​ອງ​ການ​ພົວ​ພັນ​​ດ້ານການ​ເມືອງ, ການ​ທູ​ດ ແລະ ນ້ຳ​ໃຈ​ມິ​ດ​ຕະ​ພາບ​ແບບ​ພິ​ເສດ​, ຫາ​ຍາກ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top