
ກອງປະຊຸມປະຈຳເດືອນພະຈິກຂອງລັດຖະບານ
ກ່າວຄຳເຫັນທີ່ກອງປະຊຸມລັດຖະບານປະຈຳເດືອນ ພະຈິກ ໃນຕອນເຊົ້າວັນທີ 3 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງໜ້າທີ່ສ້າງມະຕິເລກທີ 01 ຂອງລັດຖະບານກ່ຽວກັບໜ້າທີ່, ມາດຕະການຕົ້ນຕໍເພື່ອພັດທະນາເສດຖະກິດ - ສັງຄົມປີ 2019. ໃນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຢ້ຳຄືນຂະບວນການເລີ່ມຕົ້ນທຸລະກິດ, ໃນນັ້ນມີການເລີ່ມຕົ້ນທຸລະກິດໂດຍມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ພວມແຜ່ຂະຫຍາຍ, ພິເສດແມ່ນຜ່ານບັນດາເຫດການຜ່ານມາ. ນັ້ນແມ່ນບັນດາໜ້າທີ່ສຳຄັນຄວນສືບຕໍ່ໄດ້ຮັບການປະຕິບັດໃນປີ 2019. ກ່ອນອື່ນໝົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກບັນດາບັນຫາຄວນໄດ້ຮັບການແກ້ໄຂໃນທັນທີ, ໃນນັ້ນມີການຮ້ອງຟ້ອງ, ຮ້ອງທຸກຂອງປະຊາຊົນ:
“ນາຍົກລັດຖະມົນຕີ ປະກາດໄດ້ຕົກລົງສ້າງຕັ້ງໜ່ວຍງານພິເສດ, ໂດຍທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຮັບຜິດຊອບ, ພ້ອມກັບການເຂົ້າຮ່ວມຂອງການນຳບາງກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ເພື່ອສຸມໃສ່ແກ້ໄຂບາງກໍລະນີຮ້ອງທຸກ, ຮ້ອງຟ້ອງທີ່ພົ້ນເດັ່ນໃນປະຈຸບັນ. ບັນຫານີ້ແມ່ນຂອງທ້ອງຖິ່ນ ແຕ່ພວກເຮົາຕ້ອງແກ້ໄຂ, ບໍ່ປະໃຫ້ສະພາບການສັບສົນຂຶ້ນຕື່ມ. ຕ້ອງກວດກາ, ເຮັດແຈ້ງ, ແກ້ໄຂບັນດາບັນຫາໃນທັນທີ.”
ກ່ຽວກັບບຸນປີໃໝ່ປະຈຳຊາດຈະມາເຖິງ, ເອົາໃຈໃສ່ເຖິງວຽກງານກະກຽມໃຫ້ບຸນເຕັດປະຈຳຊາດ, ນາຍົກລັດຖະມົນຕີ ໄດ້ຊີ້ນຳວ່າຄວນຮັບປະກັນບັນຫາສະໜອງໄຟຟ້າ; ເພີ່ມທະວີການປ້ອງກັນ, ຕ້ານໂລກລະບາດ…
(ແຫຼ່ງຄັດຈາກ VOV)