• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2022

ມະຕິເລກທີ 20 ໄດ້ວາງອອກເປົ້າໝາຍຮອດປີ 2030 ຈະສ້າງ 45.000 ສະຫະກອນ ດ້ວຍສະມາຊິກລວມ 8 ລ້ານຄົນ. ຮອດປີ 2045, ບັນດາອົງການຈັດຕັ້ງເສດຖະກິດລວມໝູ່ລ້ວນແຕ່ນຳໃຊ້ເຕັກໂນໂລຊີ.

ມະຕິເລກທີ 20 ໄດ້ວາງອອກເປົ້າໝາຍຮອດປີ 2030 ຈະສ້າງ 45.000 ສະຫະກອນ ດ້ວຍສະມາຊິກລວມ 8 ລ້ານຄົນ. ຮອດປີ 2045, ບັນດາອົງການຈັດຕັ້ງເສດຖະກິດລວມໝູ່ລ້ວນແຕ່ນຳໃຊ້ເຕັກໂນໂລຊີ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ   ກ່າວຄຳເຫັນທີ່ເວທີປາໄສ

(ພາບ: TTXVN)

 ຕອນເຊົ້າວັນທີ 23 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2022 ດ້ວຍຫົວຂໍ້ “ຫັນເປັນດີຈີຕອນ - ກຳລັງໜູນການພັດທະນາເສດຖະກິດຮ່ວມມື, ສະຫະກອນໃນຍຸກສະໄໝໃໝ່ ຕິດພັນກັບການປະຕິບັດມະຕິເລກທີ 20”. ເວທີປາໄສດຳເນີນແບບເຊີ່ງໜ້າ ສົມທົບກັບທາງໄກ.

        ມະຕິເລກທີ 20 ໄດ້ວາງອອກເປົ້າໝາຍຮອດປີ 2030 ຈະສ້າງ 45.000 ສະຫະກອນ ດ້ວຍສະມາຊິກລວມ 8 ລ້ານຄົນ. ຮອດປີ 2045, ບັນດາອົງການຈັດຕັ້ງເສດຖະກິດລວມໝູ່ລ້ວນແຕ່ນຳໃຊ້ເຕັກໂນໂລຊີ, ໂດຍສະເພາະແມ່ນການຫັນເປັນດີຈີຕອນເຂົ້າໃນການຜະລິດດຳເນີນທຸລະກິດ, ການບໍລິການ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ການພັດທະນາເສດຖະກິດສັງຄົມລວມໝູ່ແມ່ນທ່າອ່ຽງຈຳເປັນໃນສະພາບເຊື່ອມໂຍງເຂົ້າກັບສາກົນ, ສອດຄ່ອງກັບເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ. ຍ້ອນເຫດນັ້ນ, ເສດຖະກິດຮ່ວມມື, ສະຫະກອນຕ້ອງເປັນເຈົ້າການປ່ຽນແປງວິທີການຜະລິດ, ດຳເນີນທຸລະກິດ, ການຫັນເປັນດີຈີຕອນໂດຍພື້ນຖານ ເພື່ອສອດຄ່ອງກັບສະພາບການພັດທະນາໃໝ່ ເຊິ່ງແມ່ນຄວາມຮຽກຮ້ອງທີ່ຈຳເປັນ, ບໍ່ອາດຕາວປິ້ນໄດ້. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສຸມໃສ່ໄຈ້ແຍກກາລະໂອກາດ, ສິ່ງທ້າທາຍໃນການຫັນປະເທດຊາດເປັນດີຈີຕອນເວົ້າລວມ ແລະ ການຫັນເປັນດີຈີຕອນໃນຂົງເຂດເສດຖະກິດຮ່ວມມື, ສະຫະກອນເວົ້າສະເພາະ ແລະ  ບັນດາມາດຕະການແກ້ໄຂລະອຽດ, ຕິດພັນກັບແຕ່ລະກະຊວງ, ຂະແໜງການລະອຽດ ເພື່ອຊຸກຍູ້ການຫັນບັນດາຂົງເຂດເສດຖະກິດຮ່ວມມື, ສະຫະກອນເປັນດີຈີຕອນ.

        ເພື່ອຫັນມະຕິເລກທີ 20 ໃຫ້ປະກົນຜົນເປັນຈິງ, ຕາມທ່ານນາຍົກລັດຖະມົນຕີແລ້ວ, ກ່ອນອື່ນໝົດຕ້ອງປ່ຽນແປງຈິນຕະນາການ, ແນວຄິດກ່ຽວກັບການຫັນການເຄື່ອນໄຫວຄຸ້ມຄອງລັດກ່ຽວກັບເສດຖະກິດຮ່ວມມື, ສະຫະກອນເປັນດີຈີຕອນ ໃນສະພາບພື້ນຖານເສດຖະກິດດີຈີຕອນ. ພ້ອມກັນນັ້ນ, ສ້າງລະບອບລະບຽບການໃຫ້ສົມບູນແບບ, ສ້າງກອບນິຕິກຳໃຫ້ສອດຄ່ອງ, ຊຸກຍູ້ການປະດິດຄິດສ້າງ, ປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວ, ມີວິໄສທັດຍາວໄກ ເພື່ອໃຫ້ເສດຖະກິດຮ່ວມມື, ສະຫະພອນພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ.

(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top