• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໄປເຖິງນະຄອນຫຼວງ ບຣຸກແຊນ ເພື່ອເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງການພົວພັນ ອາຊຽນ - ອີຢູ ຄົບຮອບ 45 ປີ ແລະ ຢ້ຽມຢາມ ລາຊະອານາຈັກ ແບນຊິກ ຢ່າງເປັນທາງການ

ຕ້ອນຮັບທ່ານ ນາຍົກລັດຖະມົນຕີຟ້າມມິງຈີງ ແລະ ຄະນະຜູ້ແທນ ຂັ້ນສູງຫວຽດນາມ, ມີຮອງປະທານຜູ້ທີໜຶ່ງ ສະພາສູງ ແບນຊິກ Andries Gryffroy; ຜູ້ຕາງໜ້າຄະນະຈັດຕັ້ງກອງປະຊຸມສຸດຍອດອາຊຽນ - ອີຢູ...
  ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ພ້ອມດ້ວຍຄະນະ  

ຕອນທ່ຽງວັນທີ 13/12, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປເຖິງນະຄອນຫຼວງ ບຣຸກແຊນ ປະເທດ ແບນຊິກ ເພື່ອເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ - ເອີລົບ (EU) ແລະ ຢ້ຽມຢາມແບນຊິກ ຢ່າງເປັນທາງການ ຕາມຄຳເຊີນຂອງປະທານສະພາເອີລົບ Charles Michel ແລະ ທ່ານນາຍົກລັດຖະມົນຕີແບນຊິກ Alexander De Croo.   

ອອກຕ້ອນຮັບທ່ານ ນາຍົກລັດຖະມົນຕີຟ້າມມິງຈີງ ແລະ ຄະນະຜູ້ແທນ ຂັ້ນສູງຫວຽດນາມ, ມີຮອງປະທານຜູ້ທີໜຶ່ງ ສະພາສູງ ແບນຊິກ Andries Gryffroy; ຜູ້ຕາງໜ້າຄະນະຈັດຕັ້ງກອງປະຊຸມສຸດຍອດອາຊຽນ - ອີຢູ... ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ແບນຊິກ ຫງວຽນວັນຖາວ ແລະ ຊາວຫວຽດນາມ ອາໄສຢູ່ແບນຊິກເປັນຈຳນວນຫຼວງຫຼາຍ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ອີ​ຣານ ດຳ​ເນີນ​ການ​ເຈ​ລະ​ຈາ​ຄືນ​ໃໝ່​​ຢູ່ ສະ​ວິດ

ອາ​ເມ​ລິ​ກາ - ອີ​ຣານ ດຳ​ເນີນ​ການ​ເຈ​ລະ​ຈາ​ຄືນ​ໃໝ່​​ຢູ່ ສະ​ວິດ

ວັນ​ທີ 20 ມິ​ຖຸ​ນາ, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ JD Vance ເດີນ​ທາງ​ໄປ​ຍັງ ສະ​ວິດ​ເພື່ອ​ເຈ​ລະ​ຈາ​ກັບ ອີ​ຣານ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸດ​ຕິ​ສົງ​ຄາມ​ຢູ່​ຕາ​ເວັນ​ອອກ​ກາງ.

Top