ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມພັດທະນາເຂດລະຫວ່າງກາງທົ່ງພຽງ ແລະ ເຂດພູດອຍທາງພາກເໜືອຫວຽດນາມ
ເພື່ອປະຕິບັດຄາດໝາຍໄດ້ວາງອອກໃຫ້ປະກົດຜົນເປັນຈິງນັ້ນ, ຄວນສຳຜັດສັງລວມ ຕິດພັນກັບບັນດາມາດຕະການລະອຽດ, ມີໄຫວພິບ, ມີປະສິດທິຜົນ, ຕິດແທດກັບພຶດຕິກຳຕົວຈິງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການເຮັດວຽກ
ຕອນເຊົ້າວັນທີ 27 ສິງຫາ, ທີ່ແຂວງ ລາວກາຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຜັນຂະຫຍາຍໂຄງການເຄື່ອນໄຫວຂອງລັດຖະບານ ປະຕິບັດມະຕິເລກທີ 11 ຂອງກົມການເມືອງ ວ່າດ້ວຍທິດທາງພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຂດລະຫວ່າງກາງທົ່ງພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045.
ກ່າວຄຳເຫັນທີ່ກອງປະຊຸມ,ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ເພື່ອປະຕິບັດຄາດໝາຍໄດ້ວາງອອກໃຫ້ປະກົດຜົນເປັນຈິງນັ້ນ, ຄວນສຳຜັດສັງລວມ ຕິດພັນກັບບັນດາມາດຕະການລະອຽດ, ມີໄຫວພິບ, ມີປະສິດທິຜົນ, ຕິດແທດກັບພຶດຕິກຳຕົວຈິງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຜັນຂະຫຍາຍວຽກງານຢ່າງມີຈຸດສຸມ, ຈຸດໃຈກາງ; ສຸມໃສ່ຜັນຂະຫຍາຍບັນດາແຫຼ່ງກຳລັງຢ່າງແຮງ, ໂດຍສະເພາະແມ່ນມະນຸດ.
ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ບັນດາວິສາຫະກິດ, ນັກລົງທຶນ, ຄູ່ຮ່ວມມືພັດທະນາເອົາໃຈໃສ່ລົງທຶນຂອບຂະໜາດໃຫຍ່ກ່ວາ, ມີປະສິດທິຜົນກ່ວາ, ໝັ້ນຄົງເຂັ້ມແຂງກ່ວາຢູ່ເຂດລະຫວ່າງກາງທົ່ງພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ.
ແລະກໍ່ໃນກອງປະຊຸມ, ກະຊວງແຜນການ ແລະ ການລົງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືພັດທະນາໄດ້ແລກປ່ຽນຂໍ້ຕົກລົງຮ່ວມມື ກ່ຽວກັບການພັດທະນາເຂດລະຫວ່າງກາງທົ່ງພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມແບບຍືນຍົງ.
(ແຫຼ່ງຄັດຈາກ VOV)