• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຍູ້ແຮງວຽກງານການທູດເສດຖະກິດ

ຕອນບ່າຍວັນທີ 2 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມນາຍົກລັດຖະມົນຕີກັບບັນດາອົງການຜູ້ຕາງໜ້າຂອງຫວຽດນາມ ຢູ່ຕ່າງປະເທດ ກ່ຽວກັບການຍູ້ແຮງວຽກງານການທູດເສດຖະກິດ ຮັບໃຊ້ການພັດທະນາໃນປີນີ້ ແລະ ໃນອະນາຄົດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ໃນສະພາບການປະຈຸບັນ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກແມ່ນພັດທະນາຢ່າງວ່ອງໄວ ແລະ ຍືນຍົງ; ພັດທະນາຢ່າງກົມກຽວລະຫວ່າງເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ສິ່ງແວດລ້ອມ; ເສີມຂະຫຍາຍກຳລັງບົ່ມຊ້ອນຂອງປະເທດຊາດໃນລະດັບສູງສຸດເພື່ອພັດທະນາ.   

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາອົງການຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດສືບຕໍ່ກຳແໜ້ນສະພາບການຂອງໂລກ ແລະ ພາກພື້ນ, ປັບປຸງຕະຫລາດທີ່ມີຢູ່ແລ້ວ, ເປີດກວ້າງຕະຫຼາດໃໝ່; ເພີ່ມທະວີການສົມທົບຢູ່ພາຍໃນ ແລະ ຕ່າງປະເທດ, ລະຫວ່າງກະຊວງ, ຂະແໜງການ, ລະຫວ່າງວິສາຫະກິດ - ລັດ - ປະຊາຊົນ. ກ່ຽວກັບບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ຕ້ອງເປັນເຈົ້າການພັດທະນາເຄື່ອງໝາຍການຄ້າ, ການສົ່ງອອກແບບຍືນຍົງ, ດັດປັບໃຫ້ແທດເໝາະກັບສະພາບການ, ຍົກສູງປະສິດທິຜົນແຫຼ່ງກຳລັງຂອງປະເທດໃນວຽກງານນຳເຂົ້າ ແລະ ສົ່ງອອກ.

 

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top