• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ລົງເຮັດວຽກກັບການນຳແຂວງ ດັກລັກ

ຕອນບ່າຍວັນທີ 18 ສິງຫານີ້, ຢູ່ນະຄອນ ບວນມາທວດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບແຂວງ ດັກລັກ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ 7 ເດືອນຕົ້ນປີ 2024.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເຮັດວຽກກັບແຂວງ ດັກລັກ

ທີ່ການພົບປະເຮດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ ແລະ ບັນດາໝາກຜົນສຳຄັນດ້ານເສດຖະກິດ - ສັງຄົມ ທີ່ອົງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນແຂວງ ດັກລັກ ບັນລຸໄດ້, ປະກອບສ່ວນສຳຄັນເຂົ້າໃນບັນດາຜົນງານລວມຂອງທົ່ວປະເທດ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີໄດ້ຊີ້ໃຫ້ເຫັນແຈ້ງກ່ຽວກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ດັກລັກ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ບັນລຸລະດັບປານກາງດີຂອງທົ່ວປະເທດໂດຍໄວ, ບົນພື້ນຖານການພັດທະນາເສດຖະກິດ-ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ; ພັດທະນາເຂດນິເວດວິທະຍາ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ; ກາຍເປັນຈຸດນັດພົບ ທີ່ເປັນເອກະລັກ ສະເພາະ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ໃນນັ້ນ, ນະຄອນ ບວນມາທວດ ແມ່ນໃຈກາງຂອງເຂດໄຕງວຽນ, ເປັນປະຕູເຊື່ອມໂຍງ ແລະ ເຊື່ອມຕໍ່ລະຫວ່າງຂົງເຂດກັບພາກພື້ນ ແລະ ສາກົນ; ປະຊາຊົນມີ ຊີວິດທີ່ມີຄຸນນະພາບດ້ວຍການບໍລິການສັງຄົມທີ່ດີ, ສະພາບແວດລ້ອມທີ່ຮັບປະກັນ, ມີໂອກາດຮັບ ວຽກເຮັດງານທໍາແລະມີລາຍຮັບສູງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top