• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບການນຳບັນດາປະເທດ ແລະ ຄູ່ຮ່ວມມື ເອີລົບ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືເສດຖະກິດ, ພ້ອມທັງເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບທ່ານ Willy Borsus, ຮອງເຈົ້າຄອງນະຄອນ ເຂດ Wallonie  

ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ເອີລົບ, ຕອນຄ່ຳວັນທີ 14 ທັນວາ, ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບການນຳບັນດາປະເທດ ແລະ ຄູ່ຮ່ວມມື, ຄື: ເຢຍລະມັນ, ອີຕາລີ, ປອກຕຸຍການ, ສ. ເຊັກໂກ, ໂປໂລຍ, ເກຼັກ, ຄະນະກຳມະການ ເອີລົບ (EC), ໂຮນລັງ, ສະພາເອີລົບ…

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືເສດຖະກິດ, ພ້ອມທັງເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ, ເສດຖະກິດ ດີຈີຕອນ, ການເຕີບໂຕສີຂຽວ.

ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຢັ້ງຢືນວ່າ ເຢຍລະມັນ ສືບຕໍ່ສົມທົບກັບ ຫວຽດນາມ ຊຸກຍູ້ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ ແລະ ຮອບດ້ານໃນທຸກຂົງເຂດ.

ທີ່ການພົບປະກັບທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ (EC), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ຢັ້ງຢືນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ສະຫະພາບເອີລົບ; ຫວັງວ່າ, ສະຫະພາບ ເອີລົບ ຮັກສາ ແລະ ເສີມຂະຫຍາຍບົດບາດແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ.

ທີ່ການພົບປະກັບທ່ານ Charles Michel, ປະທານສະພາເອີລົບ, ສອງຝ່າຍມີຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວຕັ້ງໜ້າໃນການພົວພັນ ຫວຽດນາມ - ສະຫະພາບເອີລົບ (EU) ພິເສດແມ່ນພາຍຫຼັງ 10 ປີແຫ່ງການຜັນຂະຫຍາຍການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ (2012 – 2022).

ແລະ ໃນຕອນເຊົ້າວັນທີ 15 ທັນວາ, ຢູ່ ບຣຸກແຊນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບທ່ານ Willy Borsus, ຮອງເຈົ້າຄອງນະຄອນ, ລັດຖະມົນຕີເສດຖະກິດ, ການພົວພັນການຄ້າ, ວາງແຜນຜັງ ແລະ ກະສິກຳເຂດ Wallonie, ພ້ອມກັບວິສາຫະກິດ, ກຸ່ມບໍລິສັດໃຫຍ່ຂອງ ແບນຊິກ ບາງແຫ່ງ.

Wallonie ແມ່ນເຂດຊິ່ງ ປະຊາຊົນສ່ວນຫຼາຍເວົ້າພາສາ ຝລັ່ງ ນອນໃນພາກໃຕ້ ປະເທດ ແບນຊິກ, ກວມເອົາເນື້ອທີ່ດິນ 55% ແລະ 1/3 ປະຊາກອນ ຂອງປະເທດ ແບນຊິກ. Wallonie ມີອຳນາດການປົກຄອງສະເພາະ.

ທີ່ການເຮັດວຽກ, ທ່ານ Willy Borsus ຕີລາຄາ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ແບນຊິກ. ວິສາຫະກິດຫຼາຍແຫ່ງຂອງເຂດ Wallonie ພວມເຄື່ອນໄຫວຂະຫຍັນຂັນເຄື່ອນຢູ່ ຫວຽດນາມ. ທ່ານ ຢັ້ງຢືນຄວາມມຸ່ງມາດປາດຖະໜາຊຸກຍູ້ ແລະ ຮັດແໜ້ນການພົວພັນແບບຍືນຍົງລະຫວ່າງເຂດ Wallonie ກັບ ຫວຽດນາມ.

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາເຂດ Wallonie ແມ່ນເຂດສຳຄັນຂອງ ແບນຊິກ ແລະ ມີຫຼາຍທ່າແຮງໃນບັນດາຂົງເຂດກະສິກຳເຕັກໂນໂລຊີສູງ, ການຢາ, ພະລັງງານຜະລິດຄືນໃໝ່, ສິ່ງແວດລ້ອມ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top