• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ: ຊຸກຍູ້ການຮ່ວມມືດ້ານນ້ຳມັນອາຍແກັດ ຫວຽດນາມ - ລັດເຊຍ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂເພື່ອຊຸກຍູ້ການຮ່ວມມືນ້ຳມັນອາຍແກັດລະຫວ່າງສອງປະເທດ, ບົນຫຼັກການ “ຜົນປະໂຫຍດສົມດຸນ, ແບ່ງປັນຄວາມສ່ຽງ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ແກ່ຕ້ອນຮັບທ່ານ Kudryashov Sergei Ivanovich, ຜູ້ອຳນວຍການໃຫຍ່ບໍລິສັດ Zarubezhneft (ພາບ:VGP/Nhật Bắc)

ຕອນເຊົ້າວັນທີ 8 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ແກ່ຕ້ອນຮັບທ່ານ Kudryashov Sergei Ivanovich, ຜູ້ອຳນວຍການໃຫຍ່ບໍລິສັດ Zarubezhneft, ສະຫະພັນລັດເຊຍ, ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ກ່ຽວກັບການຮ່ວມມືນ້ຳມັນອາຍແກັດ, ພະລັງງານ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:  ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂເພື່ອຊຸກຍູ້ການຮ່ວມມືນ້ຳມັນອາຍແກັດລະຫວ່າງສອງປະເທດ, ບົນຫຼັກການ “ຜົນປະໂຫຍດສົມດຸນ, ແບ່ງປັນຄວາມສ່ຽງ”. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ການນຳບໍລິສັດ Zarubezhneft ແລະ ກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (Petro Vietnam) ກໍ່ປຶກສາຫາລື, ຍົກໃຫ້ເຫັນແຈ້ງບັນດາເນື້ອໃນຕ້ອງໄດ້ຮັບການແກ້ໄຂຂຶ້ນກັບໜ້າທີ່, ສິດອຳນາດຂອງອົງການ, ກະຊວງ, ຂະແໜງການໃດ; ສະເໜີວິທີການແກ້ໄຂເພື່ອຮ່ວມມືດ້ານນ້ຳມັນອາຍແກັດລະຫວ່າງສອງປະເທດສືບຕໍ່ບັນລຸໄດ້ໝາກຜົນສູງສຸດ.

ສ່ວນທ່ານ Kudryashov Sergei Ivanovich ໃຫ້ຮູ້ວ່າ: ພາຍຫຼັງກ່ວາ 40 ປີແຫ່ງການຮ່ວມມືລະຫວ່າງບໍລິສັດ Zarubezhneft ແລະ ກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (Petro Vietnam) ໄດ້ບັນລຸຫຼາຍຜົນງານໃນການສຳຫຼວດທໍລະນີ ແລະ ຂຸດຄົ້ນນ້ຳມັນ, ອາຍແກັດ. ທ່ານ Ivanovich ໃຫ້ຮູ້ວ່າ: ຝ່າຍ ລັດເຊຍ ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ, ໃນນັ້ນມີການຮ່ວມມືນ້ຳມັນອາຍແກັດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

Top