• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຝ້າມມິງຈິ້ງ ເຮັດວຽກກັບກະຊວງຍຸຕິທຳ

      ຕອນເຊົ້າວັນທີ 25 ພືດສະພາ, ທ່ານ ນາຍົກລັດຖະມົນຕີ ຝ້າມມິງຈິ້ງ ໄດ້ລົງເຮັດວຽກກັບກະຊວງຍຸຕິທຳກ່ຽວກັບສະພາບການປະຕິບັດໜ້າທີ່ຈຸດສຸມ ແລະ ຮີບດ່ວນໃນໄລຍະທີ່ຈະມາເຖິງ. 
ທ່ານນາຍົກລັດຖະມົນຕີ ຝ້າມມິງຈິ້ງ ທີ່ການເຮັດວຽກ
      ທ່ານນາຍົກລັດຖະມົນຕີ ຝ້າມມິງຈິ້ງ ເນັ້ນໜັກເຖິງທັດສະນະລຸລວງໃນໄລຍະທີ່ຈະມາເຖິງ ແມ່ນຍົກສູງລະດັບຄວາມຮັບຮູ້, ເປັນເອກະພາບກັນກະທຳເພື່ອເພີ່ມທະວີການຊີ້ນຳນຳພາ, ເພີີ່ມທະວີການລົງທຶນ, ເງິນໃຊ້ຈ່າຍ, ພື້ນຖານວັດຖຸ ແລະ ແຫຼ່ງຊັບພະຍາກອນມະນຸດຮັບໃຊ້ແກ່ການເຄື່ອນໄຫວຍຸຕິທຳ, ສ້າງສະພາບແວດລ້ອມດ້ານກົດໝາຍໃຫ້ສົມບູນແບບ, ສ້າງພື້ນຖານປະຊາທິປະໄຕສົງຄົມນິຍົມ, ລັດແຫ່ງກົດໝາຍສັງຄົມນິຍົມ. ທ່ານນາຍົກລັດຖະມົນຕີ ຝ້າມມິງຈິ້ງ ສະເໜີວ່າ ກ່ອນອື່ນໝົດ ຕ້ອງຍົກສູງລະດັບຄວາມຮັບຮູ້ກ່ຽວກັບທີ່ຕັ້ງບົດບາດ, ຄວາມສຳຄັນຂອງຂະແໜງການ ແລະ ສະພາບແວດລ້ອມແຫ່ງກົດໝາຍທີ່ມີຕໍ່ການພັດທະນາຂອງປະເທດຊາດເພື່ອປະຕິບັດໜ້າທີ່ຍຸດທະສາດທີ່ສຳຄັນ. ພ້ອມກັນນັ້ນ ກໍສືບຕໍ່ປ໋ຍນແປງໃໝ່ວຽກງານສ້າງກົດໝາຍຢ່າງຄົບຊຸດ ແລະ ຮອບດ້ານ. ສະຫຼຸບ ຄົ້ນຄ້ວາວິທະຍາສາດ ຍົກສູງທິດສະດີພັດທະນາຂະແໜງຍຸດຕິທຳໃຫ້ໃກ້ຊິດຕິດແທດກັບສະພາບຕົວຈິງຢູ່ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top