• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເປັນປະທານກອງປະຊຸມຜູ້ປະຈຳການລັດຖະບານຕີລາຄາສະພາບບຸນເຕັດແລະຜັນຂະຫຍາຍໜ້າທີ່ຫຼັງບຸນເຕັດ

ການຈັດບຸນເຕັດປີແມວ 2023 ບັນລຸເປົ້າໝາຍເຊິ່ງຄະນະເລຂາ, ລັດຖະບານ, ນາຍົກລັດຖະມົນຕີໄດ້ວາງອອກ, ແມ່ນບຸນເຕັດທີ່ເຕັມໄປດ້ວຍຄວາມປິຕິຊົມຊື່ນ, ເຕົ້າໂຮມ, ປອດໃສ, ອົບອຸ່ນ, ປອດໄພ, ປະຢັດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມຜູ້ປະຈຳການລັດຖະບານ (ພາບ: TTXVN)  

ຕອນບ່າຍວັນທີ 27 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມຜູ້ປະຈຳການລັດຖະບານ ເພື່ອຕີລາຄາສະພາບການຂອງບຸນເຕັດ ແລະ ຜັນຂະຫຍາຍໜ້າທີ່ຫຼັງບຸນເຕັດ. ເຂົ້າຮ່ວມກອງປະຊຸມມີບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວໜ້າ, ການນຳບັນດາກະຊວງ, ຂະແໜງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ.

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ການຈັດບຸນເຕັດປີແມວ 2023 ບັນລຸເປົ້າໝາຍເຊິ່ງຄະນະເລຂາ, ລັດຖະບານ, ນາຍົກລັດຖະມົນຕີໄດ້ວາງອອກ, ແມ່ນບຸນເຕັດທີ່ເຕັມໄປດ້ວຍຄວາມປິຕິຊົມຊື່ນ, ເຕົ້າໂຮມ, ປອດໃສ, ອົບອຸ່ນ, ປອດໄພ, ປະຢັດ. ວຽກງານເບິ່ງແຍງດູແລ, ຈັດຕັ້ງການຕ້ອນຮັບລະດູບານໃໝ່ - ບຸນເຕັດ ໄດ້ຈັດຂຶ້ນຢ່າງຄົບຊຸດ, ຖືກຕ້ອງ, ຄົບຖ້ວນ, ທັນການຢູ່ທຸກທ້ອງຖິ່ນ.

ກ່ຽວກັບໜ້າທີ່ຈຸດສຸມຫຼັງບຸນເຕັດ ແລະ ໃນປີ 2023, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ບັນດາກະຊວງ, ອົງການ, ທ້ອງຖິ່ນ ຮີບເຮັ່ງປະຕິບັດວຽກງານໂດຍທັນທີ, ບໍ່ໃຫ້ຊັກຊ້າ ສົ່ງຜົນສະທ້ອນເຖິງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ບັນດາການເຄື່ອນໄຫວເສດຖະກິດ-ສັງຄົມ. ທ່ານນາຍົກລັດຖະມົນຕີມີຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ, ດ້ວຍບັນຍາກາດໃໝ່, ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມປີ 2023 ຈະສູງກວ່າປີ 2022.

 

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top