• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຮຽກຮ້ອງໃຫ້ທົ່ວປວງຊົນ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19

      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ຮຽກຮ້ອງໃຫ້ປັບປຸງບັນດາປະກົດການປະໝາດ, ລະເຫຼີງຊ້ຳບໍ່ໜຳປະປ່ອຍ ການຕ້ານໂລກລະບາດ, ສະກັດກັ້ນທຸກຊ່ອງວ່າງ ແລະ ປັບໄໝບັນດາກໍລະນີທີ່ລະເມີດ. ລັດຖະບານ, ນາຍົກລັດຖະມົນຕີ ໄດ້ມີຄວາມເອົາໃຈໃສ່ທີ່ສຸດ ແລະ ໃຫ້ການຊີ້ນຳຢ່າງລຽນຕິດ, ໃກ້ຊິດກັບວຽກງານນີ້ທີ່ສຸດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ (ພາບ: TTXVN)
      ຢູ່ ຫວຽດນາມ, ພາຍຫຼັງ 30 ກວ່າວັນທີ່ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອໃນຊຸມຊົນ, ວັນທີ 29 ເມສາ, ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃນຊຸມຊົນ 13 ຄົນ ຢູ່ແຂວງ ຮ່ານາມ ແລະ ອາດຈະສືບຕໍ່ຢັ້ງຢືນກໍລະນີຕິດເຊື້ອຄົນໃໝ່ຕື່ມອີດ, ສະນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ, ຄະນະກຳມະການປະຊາຊົນແຂວງ ຮ່ານາມ ແລະ ບັນດາແຂວງ, ນະຄອນ ທີ່ກ່ຽວຂ້ອງຈົ່ງຄົ້ນຫາປະຫວັດການສຳຜັດໄປມາໂດຍດ່ວນ, ເພື່ອກວດຫາເຊື້ອ, ປະຕິບັດການແຍກຕົວໃນທັນທີ, ກຳນົດຂອບເຂດ, ປິ່ນປົວຢ່າງຕັ້ງໜ້າ; ພ້ອມທັງກວດກາ, ເຮັດແຈ້ງສາຍເຫດກໍຄືຄວາມຮັບຜິດຊອບຂອງແຕ່ລະອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີສ່ວນກ່ຽວຂ້ອງ ເຊິ່ງກໍ່ໃຫ້ເກີດແຫຼ່ງ ແຜ່ເຊື້ອຢູ່ແຂວງ ຮ່ານາມ, ປັບໄໝບັນດາກໍລະນີດັ່ງກ່າວຢ່າງຖືກຕ້ອງຕາມລະບຽບ ກົດໝາຍ.
            ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງຕ່າງໆ ແລະ ສ່ວນບຸກຄົນ ຈົ່ງສືບຕໍ່ເຊື່ອມຊຶມ ແລະ ປະຕິບັດທັດສະນະ “ຕ້ານໂລກລະບາດຄືຕ້ານສັດຕູ” ຢ່າງເຂັ້ມງວດ, ຖືຜົນປະໂຫຍດຂອງປະເທດຊາດ, ສຸຂະພາບຂອງປະຊາຊົນ ເປັນສຳຄັນແຖວໜ້າ. ໃນນັ້ນ ສຸມໃສ່ປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານໂລກລະບາດ, ທັງແກ້ໄຂຜົນຮ້າຍຢ້ອນຫຼັງໃຫ້ມີປະສິດທິຜົນ, ທັງພັດທະນາເສດຖະກິດສັງຄົມ, ຮັບປະກັນຄວາມສະຫງົບສຸກ, ຄວາມປອດໄພ, ສະຖຽນລະພາບທາງດ້ານການເມືອງ, ໂດຍສະເພາະແມ່ນສະຖານທີ່ໂລກລະບາດພວມແຜ່ລະບາດ ແລະ ເຂດທີ່ມີເສັ້ນຊາຍແດນຕິດກັບບັນດາປະເທດບ້ານໃກ້ເຮືອນຄຽງ. 
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top