• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີອອກຄຳສັ່ງຮີບດ່ວນຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

ວັນທີ 28 ມັງກອນ, ນາຍົກລັດຖະມົນຕີຫວຽດນາມ ໄດ້ປະກາດຄຳສັ່ງກ່ຽວກັບບາງມາດຕະການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
(ພາບປະກອບ: baochinhphu.vn)

ເພື່ອຄວບຄຸມໂລກລະບາດໂຄວິດ-19 ຢ່າງໄວ ແລະ ມີປະສິດທິຜົນ ເຊິ່ງຫາກໍ່ເກີດຂຶ້ນຢູ່ບາງທ້ອງຖິ່ນ. ວັນທີ 28 ມັງກອນ, ນາຍົກລັດຖະມົນຕີຫວຽດນາມ ໄດ້ປະກາດຄຳສັ່ງກ່ຽວກັບບາງມາດຕະການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ຄຳສັ່ງໄດ້ຮຽກຮ້ອງວ່າ: ແຂວງ ຫາຍເຢືອງ - ປິດລ້ອມນະຄອນ ຈິ໊ລິງ ຂຶ້ນກັບແຂວງ ຫາຍເຢືອງ ແລະ ນຳໃຊ້ບັນດາມາດຕະການປ້ອງກັນຢ່າງເຂັ້ມງວດ, ໃນນັ້ນປະຕິບັດການແຍກຫ່າງສັງຄົມທົ່ວນະຄອນ ເປັນເວລາ 21 ວັນ, ນັບແຕ່ເວລາ 12 ໂມງຂອງວັນທີ 28 ມັງກອນ 2021.

        ແຂວງ ກວາງນິງ - ຢຸດຕິການເຄື່ອນໄຫວຂອງທ່າອາກາດສະຍານສາກົນ ເວີນດົ່ນ ນັບແຕ່ເວລາ 12 ໂມງຂອງວັນທີ 28 ມັງກອນ 2021.

        ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສຸມໃສ່ຊີ້ນຳ: ກວດກາ, ຮັດແໜ້ນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໃນບໍລິເວນ; ຮຽກຮ້ອງໃຫ້ປະຊາຊົນປະຕິບັດບັນດາມາດຕະການກ່ຽວກັບການໃຊ້ຜ້າອັດປາກ-ອັດດັ່ງ, ຈຳກັດການເຕົ້າໂຮມຫຼາຍຄົນ, ຢືນຫ່າງກັນຢູ່ເຂດສາທາລະນະ…

        ຂໍ້ມູນຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ, ນັບແຕ່ເວລາ 18 ໂມງຂອງວັນທີ 28 ມັງກອນ ຮອດເວລາ 6 ໂມງຂອງວັນທີ 29 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກ 9 ຄົນ. ສະນັ້ນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໃນຊຸມຊົນລວມທັງໝົດແມ່ນ  786 ຄົນ, ໃນນັ້ນຈຳນວນຜູ້ຕິດເຊື້ອພະຍາດໃໝ່ນັບແຕ່ວັນທີ 25 ກໍລະກົດ ປີ 2020 ມາຮອດປະຈຸບັນແມ່ນ 647 ຄົນ.

ຕອນເຊົ້າວັນທີ 29 ມັງກອນ, ທ່າອາກາດສະຍານສາກົນ ເກີ່ນເທີ ໄດ້ຮັບຖ້ຽວບິນນຳຜົນລະເມືອງຫວຽດນາມ 281 ຄົນເດີນທາງຈາກຝລັ່ງ ກັບເມືອປະເທດ ແລະ ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ກອງບັນຊາການທະຫານເຂດ 9 ໄດ້ສົ່ງໄປເຂດແຍກຕົວລວມໝູ່ຢູ່ ຕ່ຽນຢາງ ແລະ ເຮົ້າຢາງ ຖືກຕາມຂໍ້ກຳນົດ.

ໃນເຫດການທີ່ກ່ຽວຂ້ອງ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຫາກໍ່ສົ່ງໂທລະເລກເຖິງພະແນກອຸດສາຫະກຳ ແລະ ການຄ້າບັນດາແຂວງ, ນະຄອນຂຶ້ນກັບສູນກາງ ແລະ ລະບົບຮ້ານຄ້າໃຫຍ່ ເພີ່ມວີການຮັບປະກັນແຫຼ່ງສະໜອງສິນຄ້າຢູ່ທ້ອງຖິ່ນເພື່ອຮັບມື, ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh; ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຫວັງຈະພ້ອມກັບ Bangladesh ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີບັນດາຊ່ອງທາງພັກ ແລະ ພົບປະແລກປ່ຽນປະຊາຊົນ.

Top