• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ລັດຖະມົນຕີກະຊວງຍຸດຕິທຳລາວ ໄຊສີ ສັນຕິວົງ

      ຕອນບ່າຍວັນທີ 10ທັນວາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງຍຸດຕິທຳລາວ ໄຊສີ ສັນຕິວົງ ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງການຢ້ຽມຢາມ ກໍຄືໝາກຜົນແຫ່ງການເຈລະຈາລະຫວ່າງ 2 ກະຊວງຍຸດຕິທຳຫວຽດນາມ ແລະ ລາວ ພ້ອມກັບໝາກຜົນຮ່ວມມືລະອຽດທີ່ 2 ກະຊວງບັນລຸໄດ້ໃນຊຸມປີທີ່ຜ່ານມາ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ລັດຖະມົນຕີກະຊວງຍຸດຕິທຳລາວ ໄຊສີ ສັນຕິວົງ
      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ນຳ ກະຊວງຍຸດຕິທຳຫວຽດນາມ ຈົ່ງໃຫ້ການໜູນຊ່ວຍ ກະຊວງຍຸດຕິທຳລາວ ບໍ່ພຽງແຕ່ໃນຂັ້ນກະຊວງເທົ່ານັ້ນ, ຫາກຍັງຊ່ວຍເຫຼືອໃນຂັ້ນພະແນກຍຸຕິທຳຢູ່ທ້ອງຖິ່ນຕ່າງໆອີກດ້ວຍ.    ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ 2 ກະຊວງໃນໄລຍະທີ່ຂະມາເຖິງ, ຈົ່ງປະຕິບັດຂໍ້ຕົກລົງ ລະຫວ່າງ 2 ລັດຖະບານທີ່ກ່ຽວຂ້ອງເຖິງຂົງເຂດຍຸຕິທຳ, ຍູ້ໄວຄວາມຄືບໜ້າໃນການປະຕິບັດໂຄງການ ODA ໜູນຊ່ວຍສະຖາບັນແຫ່ງຊາດລາວ ໂດຍນຳໃຊ້ທຶນຊ່ວຍເຫຼືອຂອງລັດຖະບານຫວຽດນາມ; ປະຕິບັດຂໍ້ຕົກລົງຮ່ວມມືໄລຍະ 2015-2020 ທີ່ໄດ້ລົງນາມ.
     ສ່ວນທ່ານລັດຖະມົນຕີກະຊວງຍຸດຕິທຳລາວ ໄຊສີ ສັນຕິວົງ ໄດ້ແຈ້ງໃຫ້ທ່ານ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊາບກ່ຽວກັບຜົນສຳເລັດໃນການເຈລະຈາລະຫວ່າງ 2 ກະຊວງ ແລະ ຕິລາຄາສູງ ໂຄງການ ODA ຂອງຫວຽດນາມທີ່ໜູນຊ່ວຍ ກະຊວງຍຸດຕິທຳລາວໃນການບຳລຸງສ້າງພະນັກງານຂະແໜງຍຸຕິທຳ ແລະ ຢືນຢັນວ່າ , ໃນໄລຍະທີ່ຈະມາເຖິງ, 2 ກະຊວງຍຸດຕິທຳຂອງ 2 ປະເທດຈະສືບຕໍ່ຮ່ວມມື, ຊ່ວຍເຫຼືອກັນຢ່າງມີປະສີດທິຜົນ, ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງລາວ-ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ນະຄອນ ຫາຍຝ່ອງ ໄດ້ດຳເນີນກອງປະຊຸມຜູ້ແທນນັກປະພັນອາວຸໂສຄັ້ງທີ 1 ໂດຍສະມາຄົມນັກປະພັນ ຫວຽດນາມ ຈັດຂຶ້ນ.

Top