• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ-ລາວ-ກຳປູເຈຍ ເຈລະຈາທາງອອນລາຍ

ນາຍົກລັດຖະມົນຕີ 3 ທ່ານໄດ້ເຫັນດີຈະຍູ້ແຮງການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19; ສືບຕໍ່ສ້າງເງື່ອນໄຂສະດວກໃນການເຮັດລະບຽບການໃຫ້ແກ່ຜູ້ໄປມາ ແລະ ສິນຄ້າຜ່ານບັນດາດ່ານຊາຍແດນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ. (ພາບ: TTXVN)

ຕອນເຊົ້າວັນທີ 10 ມີນາ, ຈາກສະຖານທີ່ຖ່າຍຖອດທາງອອນລາຍຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຈລະຈາທາງອອນລາຍກັບທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ Samdech Techo Hun Sen ແລະ ທ່ານນາຍົກລັດຖະມົນຕີສປປ.ລາວ ທອງລຸນ ສີສຸລິດ.

        ທີ່ການເຈລະຈາ, ນາຍົກລັດຖະມົນຕີທັງ 3 ທ່ານໄດ້ຕີລາຄາສູງຄວາມໝາຍຂອງການເຈລະຈາຂັ້ນສູງທາງອອນລາຍຄັ້ງນີ້ ຕາມຂໍ້ລິເລີມຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ອັນໄດ້ຊ່ວຍຮັກສາ, ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ ເວົ້າລວມ ແລະ ການນຳຂັ້ນສູງ 3 ປະເທດເວົ້າສະເພາະ.

        ນາຍົກລັດຖະມົນຕີ 3 ທ່ານໄດ້ເຫັນດີຈະຍູ້ແຮງການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19; ສືບຕໍ່ສ້າງເງື່ອນໄຂສະດວກໃນການເຮັດລະບຽບການໃຫ້ແກ່ຜູ້ໄປມາ ແລະ ສິນຄ້າຜ່ານບັນດາດ່ານຊາຍແດນ, ກໍຄືບັນດາການເຄື່ອນໄຫວຮ່ວມມືລົງທຶນ; ເຫັນດີສົມທົບກັນຊຸກຍູ້ຄວາມສາມາດສຳຜັດກັບວັກຊິນຂອງບັນດາປະເທດພວມພັດທະນາ; ຜັນຂະຫຍາຍບັນດາຂໍ້ລິເລີມທີ່ກ່ຽວຂ້ອງ ເຊິ່ງໄດ້ຮັບຮອງເອົາໃນຂອບເຂດອາຊຽນ 2020 ຢ່າງມີປະສິດທິຜົນ, ໃນນັ້ນມີສາງຮຳຮອງວັດຖຸດ້ານການແພດຮີບດ່ວນຂອງອາຊຽນ ແລະ ແລວໄປມາອາຊຽນ.

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາໃນພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ນາຍົກລັດຖະມົນຕີທັງ 3 ທ່ານໄດ້ແບ່ງປັນຄວາມມຸ່ງມາດປາດຖະໜາວ່າ ມຽນມາ ຈະກັບຄືນສູ່ເປັນປົກກະຕິໂດຍໄວ, ແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາສັນຕິພາບ, ເພື່ອຜົນປະໂຫຍດຂອງ ມຽນມາ, ເພື່ອສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ; ພ້ອມທັງເຫັນດີນຳກັນສືບຕໍ່ສະໜັບສະໜູນບົດບາດໃຈກາງ ແລະ ບັນດາຄວາມມານະພະຍາຍາມຂອງອາຊຽນ. ນາຍົກລັດຖະມົນຕີທັງ 3 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ; ເຫັນດີສົມທົບກັນສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ. ນາຍົກລັດຖະມົນຕີ 3 ທ່ານ ກໍເຫັນດີນຳກັນຈະສືບຕໍ່ເພີ່ມທະວີການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງແມ່ນ້ຳຂອງແບບຍືນຍົງ, ສົມທົບກັນແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການພັດທະນາເຂື່ອນໄຟຟ້ານ້ຳຕົກບົນແມ່ນ້ຳຢ່າງສົມເຫດສົມຜົນ ແລະ ເພີ່ມທະວີການຄົ້ນຄວ້າຮ່ວມມືພັດທະນາພະລັງງານສະອາດ, ພະລັງງານຜະລິດຄືນໃໝ່.

ແລະກໍ່ໃນວັນດຽວກັນ, ທ່ານາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ເຊັນດຽວກັນ.

(ແຫຼ່ງຄັດຈາກ VOV)


ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ Esteban Lazo Hernandez ຢ້ຽມ​ຢາມ ຫວຽດ​ນາມ

ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ Esteban Lazo Hernandez ຢ້ຽມ​ຢາມ ຫວຽດ​ນາມ

ທ່ານ Esteban Lazo Hernandez ກຳມະການກົມການເມືອງ, ປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກູບາ ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 24 – 28 ກັນຍາ.

Top