• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຊີ້ນໍາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ 5 ນະຄອນໃຫຍ່

      ການເຮັດວຽກດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ກວດກາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ ແລະ ຮັບຟັງຂໍ້ສະເໜີ ແລະ ມາດຕະການຕ່າງໆຂອງບັນດາທ້ອງຖິ່ນ.
        ຕອນເຊົ້າວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການປະຊຸມອອນລາຍຂອງຄະນະປະຈໍາລັດຖະບານ ກັບ 5 ນະຄອນໃຫຍ່ ນັ້ນແມ່ນ ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ດ່າໜັງ, ເກີ່ນເທີ ແລະ ຫາຍຟ່ອງ. 
        ກ່າວຄໍາເຫັນໄຂການປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, 5 ນະຄອນດັ່ງກ່າວ ລ້ວນແຕ່ແມ່ນບັນດາຕົວເມືອງໃຫຍ່, ມີປະຊາກອນຫຼາຍ ແລະ ມີການພົວພັນແລກປ່ຽນເຊິ່ງກັນແລະກັນຫຼາຍ. ສະນັ້ນ, ມີຄວາມສ່ຽງຕິດເຊື້ອສູງທີ່ສຸດ ແລະ ເວລາທີ່ດີທີ່ສຸດເພື່ອສະກັດກັ້ນການລະເບີດຂອງໂລກລະບາດຍັງເຫຼືອ 2 ອາທິດ, ທ່ານນາຍົກລັດຖະມົນຕີສະເໜີທ້ອງຖິ່ນຕ່າງໆ ຈົ່ງປະກອບຄໍາເຫັນໃຫ້ແກ່ລັດຖະບານ, ຄະນະຊີ້ນໍາແຫ່ງຊາດ ກ່ຽວກັບບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ເພື່ອແນໃສ່ແກ້ໄຂບັນຫາດັ່ງກ່າວໄດ້ຢ່າງແທດເໝາະກັບສະພາບການຕົວຈິງກວ່າ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຂະແໜງສາທາລະນະສຸກ, ບັນດາທ້ອງຖິ່ນ ທີ່ໄດ້ສຸມໃສ່ການປິ່ນປົວໃຫ້ແກ່ຄົນເຈັບ, ໂດຍສະເພາະແມ່ນບັນດາກໍລະນີເຈັບໜັກ ແລະ ປັດຈຸບັນຍັງບໍ່ທັນມີຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ. ເນັ້ນໜັກເຖິງບົດບາດສໍາຄັນຂອງບັນດາທ້ອງຖິ່ນໃນການສະກັດກັ້ນໂລກລະບາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ:
        ຕ້ອງກຽມພ້ອມສ້າງເງື່ອນໄຂເພື່ອຮັບປະກັນການຮັບມືໃນທັນທີ ຕໍ່ສະພາບທີ່ຮ້າຍແຮງທີ່ສຸດຄື ສະບຽງອາຫານ, ໂຮງໝໍຊົ່ວຄາວ, ກໍາລັງສໍາຮອງ ແລະ ນັບທັງກໍລະນີປະກາດສະພາວະສຸກເສີນ ຫຼືສູງກວ່ານັ້ນ ແມ່ນປະກາດກົດໄອຍະການເສິກ ຕາມລະບອບໃນສະໄໝສົງຄາມ. ເພີ່ມທະວີບັນດາໂຮງໝໍ ເພື່ອປິ່ນປົວພະຍາດຢູ່ຫຼາຍທ້ອງຖິ່ນ ເປັນຕົ້ນແມ່ນທ້ອງຖິ່ນທີ່ມີຄວາມສ່ຽງສູງ”.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການປະຊຸມອອນລາຍ
ຂອງຄະນະປະຈໍາລັດຖະບານ ກັບ
5 ນະຄອນໃຫຍ່  (ພາບ: VGP)
      ການປະຊຸມ, ເມື່ອລາຍການກ່ຽວກັບສະພາບການຢູ່ເຂດແຍກຕົວ ຟາບເວິນ - ຕື໊ຮຽບ ຢູ່ເມືອງຮວ່າງມາຍ, ຮ່າໂນ້ຍ, ພັນຕີ ແທັງຫາຍ, ຫົວໜ້າກອງບັນຊາການທະຫານເມືອງຮວ່າງມາຍ ໃຫ້ຮູ້ວ່າ:
ຜ່ານໄລຍະ 10 ວັນຢູ່ເຂດແຍກຕົວ, ແນວຄິດຂອງພົນລະເມືອງທີ່ຖືກແຍກຕົວ ໂດຍລວມແລ້ວແມ່ນເປັນປົກກະຕິ ແລະ ເຊື້ອໝັ້ນຕໍ່ແຜນນະໂຍບາຍຂອງພັກ, ຄວາມເອົາໃສໃຈຂອງລັດຖະບານ, ລັດ, ນະຄອນ ແລະ ກອງບັນຊາການນະຄອນຫຼວງ. ບັນດາກໍາລັງຮັບໃຊ້ ຄືທະຫານ, ຕໍາຫຼວດ, ສາທາລະນະສຸກ, ສະມາຊິກຊາວໜຸ່ມ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ດ້ວຍຄວາມຮັບຜິດຊອບສູງ ເພື່ອວົງຄະນະຍາດ ແລະ ເພື່ອປະຊາຊົນ. ດ້ວຍຄວາມມານະພະຍາຍາມສູງສຸດ, ຂໍສັນຍາກັບທ່ານນາຍົກລັດຖະມົນຕີວ່າ ພວກຂ້າພະເຈົ້າ ຈະຮ່ວມແຮງຮ່ວມໃຈເພື່ອເອົາໄຊຊະນະຕໍ່ໂລກລະບາດໂຄວິດ - 19, ຮັບປະກັນຄວາມສະຫງົບໃຫ້ແກ່ປະເທດຊາດ”.
        ໃນຂະນະນັ້ນ, ທ່ານພັນເອກ ເລຄັກຫຸ່ງ, ຮອງຫົວໜ້າເສນາທິການກອງບັນຊາການທະຫານນະຄອນດ່າໜັງ, ໃຫ້ຮູ້ວ່າ ກໍາລັງເຈົ້າໜ້າທີ່ໄດ້ປະຕິບັດວຽກງານໂຄສະນາໄດ້ເປັນຢ່າງດີ ສະນັ້ນ ພົນລະເມືອງມີຄວາມອຸ່ນອ່ຽນໃຈ ແລະ ປະຕິບັດບັນດາຂໍ້ກໍານົດຂອງເຂດແຍກຕົວຢູ່ດ່າໜັງ ໄດ້ເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top