• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມພົບປະເຈລະຈາກັບພະເຈົ້າຈັກກະພັດແລະພະມະເຫສີຍີ່ປຸ່ນ

ທ່ານ ຫງວຽນຊວນ​ຟຸກ ນາຍົກລັດຖະມົນຕີ ຫວຽດນາມ ​ແລະ ພັນ​ລະ​ຍາ 
ພົບ​ປະ​​ເຈ​ລະ​ຈາ​ກັບ ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ
      ໃນ​ວັນ​ທີ 02/03, ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນຊວນ​ຟຸກ ນາຍົກລັດຖະມົນຕີ ຫວຽດນາມ ​ແລະ ພັນ​ລະ​ຍາ ​ໄດ້​ພົບ​ປະ​​ເຈ​ລະ​ຈາ​ກັບ ພະ​ເຈົ້າ​ຈັກກະ​ພັດ Akihito ແລະ ພະມະ​ເຫ​ສີ Michiko ຍີ່ປຸ່ນ ທີ່ພວມ​​ຢ້ຽມຢາມ ທາງ​ລັດຖະກິດ​ ຫວຽດນາມ. ທີ່​ການ​ພົບ​ປະ​ເຈລະຈາ​, ທ່ານ ຫງວຽນຊວນ​ຟຸກ ນາຍົກລັດຖະມົນຕີຫວຽດນາມ ຂອບ​ໃຈອາລົມ​ຈິດ​ອັນ​ດີງາມ ​ແລະ ຄວາມ​ເອົາ​ໃຈ​ໃສ່ ​ເຊິ່ງພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ ​ໄດ້ສະຫງວນ​ໃຫ້​ແກ່ ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ກໍ່ຄື ການ​ພົວພັນ​ຮ່ວມ​ມື​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແລະ ການ​ຊ່ວຍ​ເຫຼືອຢ່າງ​ມີ​ປະສິດທິ​ຜົນ ຂອງ ລັດຖະບານ ຍີ່ປຸ່ນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ​​ໃນ​ທີ່​ຕັ້ງ​ເປັນ​ຄູ່ຮ່ວມ​ມື​ເສດຖະກິດ, ການ​ຄ້າ​ແຖວໜ້າຂອງ ຫວຽດນາມ. ທ່ານ ຫງວຽນຊວນ​ຟຸກ ກໍ່ຕີ​ລາຄາ​ສູງ ບົດບາດ ​ແລະ ການ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ໃຫຍ່, ວິ​ສາຫະ​ກິດ ຍີ່ປຸ່ນ ​ທີ່ພວມ​ເຄື່ຶອນ​ໄຫວ​ຢູ່ ຫວຽດນາມ; ສະ​ແດງ​​ເຊື່ອໝັ້ນຢ່າງ​ແນ່​ວ​ແນ່ວ່າ ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້ ຂອງ ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ ຈະ​ສ້າງພະລັງ​ແຮງ​ໃໝ່​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ວິ​ສາ​ຫະ​ກິດ ສອງ​ປະ​ເທດ ​ໃນ​ໄລຍະ​ຈະ​ມາ​ເຖິງ.
        ສ່ວນ ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ ກໍ່ສະ​ແດງ​ຄວາມພາກ​ພູມ​ໃຈ​​ເມື່ອມາ​ຢ້ຽມຢາມ​ ຫວຽດນາມ. ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ ກໍ່ຂອບ​ອົກ​ຂອບໃຈ​ອາລົມຈິດ ຂອງ ປະຊາຊົນ ຫວຽດນາມ ທີ່​ສະຫງວນ​ໃຫ້ ຍີ່ປຸ່ນ ຜ່ານ ການ​ອະນຸລັກຮັກສາ​ບັນດາ ປູ​ຊະ​ນີ​ສະ​ຖານ ​ແລະ ສະຖາປັດຕະຍະກຳ ຂອງ ຍີ່ປຸ່ນ ຢູ່ ​ໂຫ້ຍອານ ​ກໍ່​ຄື​ການ​ໜູນ​ຊ່ວຍ​ຂອງ ປະຊາຊົນ ຫວຽດນາມ ​ໃນ​ການ​ແກ້​ໄຂຜົນ​ຮ້າຍ​ຢ້ອນຫຼັງ ຈາກເຫດແຜ່ນດິນໄຫວຄື້ນຍັກຢູ່ ຍີ່ປຸ່ນ ​​ເມື່ອປີ 2011.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top