• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວັນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງກວ໋າງຫງາຍຄືນໃໝ່

ຕອນຄ່ຳວັນທີ 02 ກໍລະກົດ, ຢູ່ນະຄອນກວ໋າງຫງາຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງກວ໋າງຫງາຍ ຄືນໃໝ່ (01 ກໍລະກົດ 1989 – 01/07/2019) ແລະ ຮັບຫຼຽນໄຊເອກະລາດຊັ້ນໜຶ່ງ.

(ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງກວ໋າງຫງາຍ ຄືນໃໝ່)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ເນັ້ນໜັກວ່າ, ແຂວງກວາງຫງ້າຍ ດ້ວຍທີ່ຕັ້ງພູມສາດ ແລະ ເງື່ອນໄຂທຳມະຊາດເອື້ອອຳນວຍຄວາມສະດວກ, ສາມາດກາຍເປັນສູນອຸດສາຫະກຳຂອງພາກກາງ ແລະ ທົ່ວປະເທດ.

        “ພ້ອມກັບລັດຖະບານ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າຕະຫຼາດ, ສ້າງຮູບແບບຄືນໃໝ່ ແລະ ສຸມໃສ່ຊຸກຍູ້ບັນດາລະບົບສະພາບແວດລ້ອມດ້ານອຸດສາຫະກຳໜັກ, ອຸດສາຫະກຳເບົາ ແລະ ອຸດສາຫະກຳສະໜັບສະໜູນໃນເຂດເສດຖະກິດລວມ ຢຸງກວ໊ດ. ສຳຄັນທີ່ສຸດແມ່ນຕ້ອງໃຫ້ບຸລິມະສິດດຶງດູດບັນດາວິສາຫະກິດນຳໜ້າໃຫ້ແກ່ຂະແໜງກັ່ນຕອງນ້ຳມັນ, ຫຼອມເຫຼັກ, ຂະແໜງໄຟຟ້າ, ເອເລັກໂຕນິກ, ວັດສະດຸເຕັກໂນໂລຊີສູງ… ພັດທະນາຂະແໜງອຸດສາຫະກຳກ້າວໜ້າໂດຍອີງໃສ່ພື້ນຖານປ່ຽນແປງໃໝ່ປະດິດຄິດສ້າງ, ເຕັກໂນໂລຊີໃໝ່ ແລະ ການສົມທົບກັບຢ່າງກົມກຽວລະຫວ່າງວິສາຫະກິດທ້ອງຖິ່ນ ແລະ ວິສາຫະກິດ FDI ໃນການສ້າງຕັ້ງ ແລະ ກຳນົດລະບົບມູນຄ່າຢູ່ພາກພື້ນ ແລະ ສາກົນ.”

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 02 ກໍລະກົດ, ຢູ່ແຂວງກວ໋າງຫງາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງກວ໋າງຫງາຍ. ນີ້ແມ່ນເຫດການເພື່ອໃຫ້ແຂວງກວ໋າງຫງາຍ ແນະນຳເຖິງບັນດານັກລົງທຶນກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top