• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກໄປກຳປູເຈຍເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືແມ່ຂອງ-ລ້ານຊ້າງຄັ້ງທີ2

      ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ Samdech Techo Hunsen, ຕອນເຊົ້າວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ, ໄປນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ ເພື່ອເຂົ້າຮ່ວມກອງປະຊຸມຂັ້ນສຸດຍອດການຮ່ວມມືແມ່ຂອງ - ລ້ານຊ້າງ ຄັ້ງທີ 2.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
(ພາບປະກອບ: zing.vn)
       ນີ້ແມ່ນກອງປະຊຸມມີລັກສະນະປະຈຳໄລຍະ 2 ປີເທື່ອໜຶ່ງ ດ້ວຍການຜັດປ່ຽນກັນຈັດຕັ້ງລະຫວ່າງບັນດາປະເທດສະມາຊິກ. ກອງປະຊຸມຄັ້ງນີ້ໂດຍກຳປູເຈຍ ແລະ ຈີນ ເປັນເຈົ້າການຈັດຕັ້ງຂຶ້ນ. ຄາດໝາຍກວມລວມຂອງການຮ່ວມມືແມ່ຂອງ - ລ້ານຊ້າງ ແມ່ນຊຸກຍູ້ການຮ່ວມມືຮອບດ້ານ ເພື່ອສ້າງປະຊາຄົມມີຄວາມຮັບຜິດຊອບ ແລະ ເພື່ອຜົນປະໂຫຍດລວມຂອງອະນຸພາກພື້ນ.
 (ແຫຼ່ງຄັດຈາກ VOV)

ທ່າ​ນ​ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ທ່າ​ນ​ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ວັ​ນ​ທີ 06 ກໍ​ລະ​ກົດ, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ (ຮ່າ​ໂນ້ຍ), ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ຂອງ​ບັນ​ດາ​ປະ​ເທ​ດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ, ເລີ່ມ​ຕົ້ນ​ປະ​ຕິ​ບັດ​ຫ​ນ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.

Top