
ທີ່ການພົບປະ ແລະ ເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາກຸ່ມບໍລິສັດໃຫຍ່ຂອງອົດສະຕາລີ ທີ່ໄດ້ເອົາໃຈໃສ່ເຖິງຫວຽດນາມ ແລະ ຊີ້ແຈ້ງວ່າ, ຫວຽດນາມ ໄດ້ວາງຄາດໝາຍເຕີບໂຕໄວ ແລະ ໝັ້ນຄົງ ບົນພື້ນຖານປົກປ້ອງສິດຂອງປະຊາຊົນ ແລະ ນັກລົງທຶນ. ຫວຽດນາມ ຢຶດໝັ້ນຄາດໝາຍສ້າງລັດຖະບານແຫ່ງຄວາມສ້າງສັນ, ກະຈ່າງແຈ້ງ ແລະ ມີປະສິດທິຜົນ. ພ້ອມກັນນັ້ນແມ່ນສືບຕໍ່ປ່ຽນໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ລັດວິສາຫະກິດ, ແຫຼ່ງຊັບພະຍາກອນມະນຸດ ແລະ ບັນດາຂົງເຂດອື່ນແມ່ນທ່າແຮງຂອງຫວຽດນາມ.
ທ່ານນາຍົກລັດຖະມົນຕີກໍ່ໃຫ້ຮູ້ຕື່ມອີກວ່າ, ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການພັດທະນາຕະຫຼາດການເງິນຕາມທິດຍືນຍົງ, ປອດໄສ ແລະ ໃກ້ຊິດສະໜິດສະໜົມກັບນັກລົງທຶນ. ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ 12 ສະບັບ ເຊິ່ງຫຼ້າສຸດແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ໃນນັ້ນອົດສະຕາລີ ກໍ່ແມ່ນສະມາຊິກ. ຫວຽດນາມ ກໍ່ພວມສືບຕໍ່ເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເພື່ອສ້າງຕະຫຼາດທີ່ກວ້າງໃຫຍ່, ດຶງດູດບັນດານັກລົງທຶນ.
ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ແລະ ການນຳບັນດາກະຊວງ, ຂະແໜງການໄດ້ຕອບ ແລະ ເຮັດແຈ້ງບັນດາຄຳຖາມເຊິ່ງນັກລົງທຶນອົດສະຕາລີ ຍົກອອກມາ ທີ່ກ່ຽວຂ້ອງເຖິງບັນດາຂົງເຂດຄື: ນະໂຍບາຍດຶງດູດການລົງທຶນຕ່າງປະເທດຢູ່ຫວຽດນາມ, ນະໂຍບາຍພັດທະນາກະສິກຳ, ບັນດາບຸລິມະສິດຂອງຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງ.
ແລະກໍ່ໃນວັນທີ 16 ມີນາ, ຢູ່ນະຄອນ Sydney, ຜູ້ຕາງໜ້າບໍລິສັດຫຸ້ນສ່ວນການບິນ Vietjet ຂອງຫວຽດນາມ ແລະ ບໍລິສັດທ່າອາກາດສະຍານສາກົນ Brisbane ຂຶ້ນກັບລັດ Queensland ຂອງອົດສະຕາລີ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືເປີດສາຍການບິນໂດຍກົງລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນ Brisbane. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ James McGrath, ສະມາຊິກສະພາສູງ, ຜູ້ຕາງໜ້າລັດຖະບານອົດສະຕາລີ ໄດ້ເປັນສັກຂີພິຍານພິທີລົງນາມດັ່ງກ່າວ.
(ແຫຼ່ງຄັດຈາກ VOV)