ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບບັນດາກຸ່ມບໍລິສັດ,ນັກລົງທຶນແຖວໜ້າຂອງຫວຽດນາມ-ອົດສະຕາລີ

ໂດຍສືບຕໍ່ບັນດາການເຄື່ອນໄຫວສົ່ງເສີມການລົງທຶນ ໃນຂອບເຂດການຢ້ຽມຢາມອົດສະຕາລີ ຢ່າງເປັນທາງກການ, ຕອນບ່າຍວັນທີ 16 ມີນາ, ຢູ່ນະຄອນ Sydney, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ, ເຮັດວຽກກັບບາງກຸ່ມບໍລິສັດ, ນັກລົງທຶນແຖວໜ້າຂອງ 2 ປະເທດຫວຽດນາມ - ອົດສະຕາລີ
 
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ພົບປະກັບບັນດາກຸ່ມບໍລິສັດ,ນັກລົງທຶນແຖວໜ້າອົດສະຕາລີ)
 

ທີ່ການພົບປະ ແລະ ເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາກຸ່ມບໍລິສັດໃຫຍ່ຂອງອົດສະຕາລີ ທີ່ໄດ້ເອົາໃຈໃສ່ເຖິງຫວຽດນາມ ແລະ ຊີ້ແຈ້ງວ່າ, ຫວຽດນາມ ໄດ້ວາງຄາດໝາຍເຕີບໂຕໄວ ແລະ ໝັ້ນຄົງ ບົນພື້ນຖານປົກປ້ອງສິດຂອງປະຊາຊົນ ແລະ ນັກລົງທຶນ. ຫວຽດນາມ ຢຶດໝັ້ນຄາດໝາຍສ້າງລັດຖະບານແຫ່ງຄວາມສ້າງສັນ, ກະຈ່າງແຈ້ງ ແລະ ມີປະສິດທິຜົນ. ພ້ອມກັນນັ້ນແມ່ນສືບຕໍ່ປ່ຽນໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ລັດວິສາຫະກິດ, ແຫຼ່ງຊັບພະຍາກອນມະນຸດ ແລະ ບັນດາຂົງເຂດອື່ນແມ່ນທ່າແຮງຂອງຫວຽດນາມ.

        ທ່ານນາຍົກລັດຖະມົນຕີກໍ່ໃຫ້ຮູ້ຕື່ມອີກວ່າ, ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການພັດທະນາຕະຫຼາດການເງິນຕາມທິດຍືນຍົງ, ປອດໄສ ແລະ ໃກ້ຊິດສະໜິດສະໜົມກັບນັກລົງທຶນ. ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ 12 ສະບັບ ເຊິ່ງຫຼ້າສຸດແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ໃນນັ້ນອົດສະຕາລີ ກໍ່ແມ່ນສະມາຊິກ. ຫວຽດນາມ ກໍ່ພວມສືບຕໍ່ເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເພື່ອສ້າງຕະຫຼາດທີ່ກວ້າງໃຫຍ່, ດຶງດູດບັນດານັກລົງທຶນ.

        ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ແລະ ການນຳບັນດາກະຊວງ, ຂະແໜງການໄດ້ຕອບ ແລະ ເຮັດແຈ້ງບັນດາຄຳຖາມເຊິ່ງນັກລົງທຶນອົດສະຕາລີ ຍົກອອກມາ ທີ່ກ່ຽວຂ້ອງເຖິງບັນດາຂົງເຂດຄື: ນະໂຍບາຍດຶງດູດການລົງທຶນຕ່າງປະເທດຢູ່ຫວຽດນາມ, ນະໂຍບາຍພັດທະນາກະສິກຳ, ບັນດາບຸລິມະສິດຂອງຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງ.

        ແລະກໍ່ໃນວັນທີ 16 ມີນາ, ຢູ່ນະຄອນ Sydney, ຜູ້ຕາງໜ້າບໍລິສັດຫຸ້ນສ່ວນການບິນ Vietjet ຂອງຫວຽດນາມ ແລະ ບໍລິສັດທ່າອາກາດສະຍານສາກົນ Brisbane ຂຶ້ນກັບລັດ Queensland ຂອງອົດສະຕາລີ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືເປີດສາຍການບິນໂດຍກົງລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນ Brisbane. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ James McGrath, ສະມາຊິກສະພາສູງ, ຜູ້ຕາງໜ້າລັດຖະບານອົດສະຕາລີ ໄດ້ເປັນສັກຂີພິຍານພິທີລົງນາມດັ່ງກ່າວ.

(ແຫຼ່ງຄັດຈາກ VOV)



top