• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຊີ້ນຳບັນດາກະຊວງ, ຂະແໜງການ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນເພີ່ມທະວີການປ້ອງກັນຕ້ານເຊື້ອພະຍາດ nCOV

      ຕອນເຊົ້າວັນທີ 04 ກຸມພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ກວດພົບຕື່ມອີກໜຶ່ງກໍລະນີທີ່ຕິດເຊື້ອໄວຣັດ ໂກໂຣນາ ສາຍພັນໃໝ່, ປັດຈຸບັນ ຢູ່ ຫວຽດນາມ ມີ 9 ຄົນຕິດເຊື້ອພະຍາດດັ່ງກ່າວ.
            ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ຊີ້ນຳບັນດາກະຊວງຕຳຫລວດ, ປ້ອງກັນປະເທດ, ສາທາລະນະສຸກ, ສຶກສາ, ວັດທະນະທຳ - ກິລາ ແລະ ທ່ອງທ່ຽວ, ແຮງງານ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນເພີ່ມທະວີການປ້ອງກັນ, ຕ້ານເຊື້ອພະຍາດທີ່ເກີດຈາກໄວຣັດ nCOV . ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ມີການປະຕິບັດແຍກຕົວອອກເຂດຕ່າງຫາກເພື່ອປ້ອງກັນຕ້ານພະຍາດ ສຳລັບຜູ້ເຂົ້າເມືອງ, ນັບທັງຊາວຕ່າງປະເທດເຂົ້າເມືອງທີ່ມາຈາກ ຫຼື ໄປຜ່ານ 31/31 ແຂວງ, ນະຄອນຂອງ ຈີນ ພາຍໃນເວລາ 14 ວັນຜ່ານມາ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ (ພາບ: VGP)
      ກໍ່ຮຽກຮ້ອງກະຊວງສາທາລະນະສຸກຜັນຂະຫຍາຍບັນດາມາດຕະການເຕັກນິກຢ່າງຮີບດ່ວນ ເພື່ອກວດພົບຜູ້ຕິດເຊື້ອຢ່າງວ່ອງໄວ ພ້ອມທັງນຳໃຊ້ບັນດາມາດຕະການປິ່ນປົວໃໝ່, ຮັບປະກັນບໍ່ໃຫ້ຂາດຢາປິ່ນປົວ, ບໍ່ປະໃຫ້ເກີດມີຜູ້ເສຍຊີວິດ.
        ແລະກໍ່ໃນຕອນບ່າຍວັນທີ 03 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານການແຜ່ລະບາດຂອງໄວຣັດ nCOV ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດ ໂກໂຣນາ ສາຍພັນໃໝ່ (nCOV) ເນັ້ນໜັກວ່າ: ຕ້ອງເປັນເຈົ້າການ, ເດັດດ່ຽວ, ມີສະຕິລະມັດລະວັງໃນການປ້ອງກັນເຊື້ອພະຍາດ nCOV.
        ແລະກໍ່ໃນກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ໃຫ້ຮູ້ວ່າ: ອາການສຸຂະພາບຂອງຜູ້ຕິດເຊື້ອພະຍາດດັ່ງກ່າວ ທີ່ພວມປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກລ້ວນແຕ່ມີອາການດີຂຶ້ນ. ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານເຊື້ອພະຍາດ, ຂະແໜງສາທາລະນະສຸກໄດ້ສົມທົບກັບກຳລັງກອງທັບ, ຕຳຫລວດ ແລະ ບັນດາກະຊວງ, ຂະແໜງການ, ກະກຽມບັນດາອຸປະກອນການແພດ ແລະ ຊັບພະຍາກອນມະນຸດຢູ່ໃນລະດັບສູງ, ພ້ອມແລ້ວທີ່ຈະຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານເຊື້ອພະຍາດໃນໄລຍະຈະມາເຖິງ.
        ຕອນເຊົ້າວັນທີ 04 ກຸມພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ກວດພົບຕື່ມອີກໜຶ່ງກໍລະນີທີ່ຕິດເຊື້ອໄວຣັດ ໂກໂຣນາ ສາຍພັນໃໝ່, ປັດຈຸບັນ ຢູ່ ຫວຽດນາມ ມີ 9 ຄົນຕິດເຊື້ອພະຍາດດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top