• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຊ່ຽວ​ຊານ​ສ.ເກົາຫຼີ ຕັ້ງ​ຄວາມ​​ຫວັງ​ກ່ຽວ​ກັບ​ບາດ​ລ້ຽວພັດ​ທະ​ນາ​ຂອງ ຫວຽດ​ນາມ

ຕາມທ່ານສາດສະດາຈານແລ້ວ, ການກຳນົດທິດຍຸດທະສາດສຳຄັນທີ່ສຸດເຊິ່ງກອງປະຊຸມໃຫຍ່ XIV ຕ້ອງກຳນົດແມ່ນການຫັນປ່ຽນກ່ຽວກັບຄຸນນະພາບຂອງຮູບແບບການເຕີບໂຕ.
ພາບປະກອບ: TTXVN

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບຄວາມຄາດຫວັງຈະກຳນົດວິໄສທັດພັດທະນາທີ່ມີລັກສະນະບາດລ້ຽວໃຫ້ແກ່ໄລຍະຮອດປີ 2030 ແລະ ໄກກວ່ານັ້ນແມ່ນປີ 2045. ນີ້ແມ່ນຂໍ້ສັງເກດຂອງທ່ານ ສາດສະດາຈານ, ປ.ອ ວັນນະຄະດີ Park Yeon Gwan, ພະແນກພາສາຫວຽດ, ມະຫາວິທະຍາໄລ ພາສາຕ່າງປະເທດ Hankuk (HUFS)  ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ ເຊີອູນ.

ຕາມທ່ານສາດສະດາຈານແລ້ວ, ການກຳນົດທິດຍຸດທະສາດສຳຄັນທີ່ສຸດເຊິ່ງກອງປະຊຸມໃຫຍ່ XIV ຕ້ອງກຳນົດແມ່ນການຫັນປ່ຽນກ່ຽວກັບຄຸນນະພາບຂອງຮູບແບບການເຕີບໂຕ. ຫວຽດນາມ ຕ້ອງຄ່ອຍຫຼຸດພົ້ນອອກຈາກການພັດທະນາສວ່ນຫຼາຍອີງຕາມການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ ແລະ ການສົ່ງອອກ, ມາເປັນຮູບແບບຖືສະມັດຕະພາບ, ເຕັກໂນໂລຢີ ແລະ ຄວາມສາມາດພາຍໃນຂອງວິສາຫະກິດພາຍໃນປະເທດເປັນໃຈກາງ, ຜ່ານນັ້ນ ຍົກຖານະບົດບາດໃນລະບົບມູນຄ່າພາກພື້ນ ແລະ ທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ຕອນຄ່ຳວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຕ່າງປະເທດເສດຖະກິດປີ 2025ແລະ ຜັນຂະຫຍາຍໜ້າທີ່ປີ 2026.

Top