• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຂ່າວສານກົນຕີລາຄາສູງຜົນງານຂອງຫວຽດນາມ ໃນກິດຈະການປ່ຽນແປງໃໝ່

      ນອກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ບັນດານັກຂ່າວສາກົນໄດ້ຕີລາຄາສູງບັນດາຜົນງານຂອງ ຫວຽດນາມ ທີ່ບັນລຸໄດ້ໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່, ພ້ອມທັງຢັ້ງຢືນວ່າ ບົດບາດອັນຍິ່ງໃຫຍ່ຂອງພັກກອມມູນິດ ຫວຽດນາມ ທີ່ມີຕໍ່ພາລະກິດພັດທະນາປະເທດຊາດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
ພາບປະກອບ/TTXVN
      ນັກຂ່າວ Hantao, ໜັງສືພິມລາຍວັນອາຊີ - ປາຊີຟິກ (APD) ໄດ້ແບ່ງປັນວ່າ: ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນວິວັດການປ່ຽນແປງໃໝ່ ຍ້ອນອີງໃສ່ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ. ຕາມທ່ານນາງ Hantao ແລ້ວ, “ການຕັດສິນຢ່າງຖືກຕ້ອງຂອງພັກກອມມູນິດ ຫວຽດນາມ ໃນການນຳພາປະເທດ ຫວຽດນາມ ເປີດປະຕູກັບໂລກ ຈະປະກອບສ່ວນເຂົ້າຄວາມວັດທະນາຖາວອນຂອງພື້ນຖານເສດຖະກິດ ແລະ ຍົກສູງທີ່ຕັ້ງສາກົນຂອງປະເທດຊາດ.”
            ແບ່ງປັນກ່ຽວກັບບັນຫານີ້, ນັກຂ່າວ Stefan Kuhner ຂອງໜັງສືພິມພັກກອມມູນິດ ເຢຍລະມັນ ຕີລາຄາວ່າ “ຫວຽດນາມ ພວມເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແນໃສ່ຊອກຫາມາດຕະການສັນຕິພາບໃຫ້ແກ່ບັນດາບັນຫາສາກົນ. ໃນພາກພື້ນ ອາຊຽນ, ຫວຽດນາມ ໄດ້ພິສູດໃຫ້ເຫັນຄວາມສະໜິດຕິດພັນຂອງບັນດາປະເທດມີຄວາມສຳຄັນຄືແນວໃດ.”
            ເຕື້ອງເຖິງວິວັດການປ່ຽນແປງໃໝ່ຂອງ ຫວຽດນາມ, ທ່ານ Hussain Janjua, ນັກຊ່ຽວຊານດ້ານສື່ມວນຊົນຊາວ ອິນເດຍ ໃຫ້ຮູ້ວ່າ ຍ້ອນອີງໃສ່ບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ, ຫວຽດນາມ ບັນລຸໄດ້ບັນດາຜົນງານຍິ່ງໃຫຍ່ໃນທຸກດ້ານ ພິເສດແມ່ນເສດຖະກິດ. ປີ 2020, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໂລກລະບາດໂຄວິດ-19 ກໍຕາມ, ແຕ່ລະດັບການເຕີບໂຕຂອງ ຫວຽດນາມ ຍັງຄົງບັນລຸໄດ້ 2,91%.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top