• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ລະ​ດົມ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 8,4 ຕື້​ດົ່ງ​ເພື່ອ​ເບິ່​ງ​ແຍງ​ດູ​ແລ​ບຸນ​ເຕັດ​ປີ 2025 ໃຫ້​ແກ່​ຄົນ​ທຸກ​ຍາກ

ລາຍການໂດຍສະມາຄົມຊາວກະສິກອນນະຄອນ ໂຮ່ຈີມິນ ສົມທົບກັບສະຖານີໂທລະພາບນະຄອນ ຈັດຂຶ້ນໃນຕອນຄ່ຳວັນທີ 26 ທັນວາ.
ການນຳຄະນະພັກນະຄອນ ໂຮ່ຈີມິນ ແລະ ສະມາຄົມຊາວກະສິກອນ ນະຄອນ ຮັບການສະໜັບສະໜູນຈາກບັນດາຜູ້ອຸປະຖຳ (ພາບ: TTXVN)
ເງິນເປັນຈຳນວນກ່ວາ 8,4 ຕື້ດົ່ງ (ປະມານກ່ວາ 350.000 USD)ແມ່ນຈຳນວນເງິນເຊິ່ງ ລາຍການສະແດງສິລະປະ “ບຸນເຕັດແຫ່ງຄວາມເມດຕາ - ລະດູບານໃໝ່ປີ 2025” ລະດົມໄດ້ເພື່ອເບິ່ງແຍງດູແລໃຫ້ແກ່ສະມາຊິກຊາວກະສິກອນ, ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ. ລາຍການໂດຍສະມາຄົມຊາວກະສິກອນນະຄອນ ໂຮ່ຈີມິນ ສົມທົບກັບສະຖານີໂທລະພາບນະຄອນ ຈັດຂຶ້ນໃນຕອນຄ່ຳວັນທີ 26 ທັນວາ. ບ້ວງເງິນນີ້ຈະໄດ້ນຳໃຊ້ເພື່ອເບິ່ງຍແຍງດູແລ, ໜູນຊ່ວຍສະມາຊິກສະມາຄົມຊາວກະສິກອນ, ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກກ່ວາ 4000 ຄົນ ຜ່ານບັນດາການເຄື່ອນໄຫວຄື: ມອບຂອງຂວັນບຸນເຕັດ, ປະຕິບັດໂຄງການ “ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ”, ມອບອຸປະກອນການຜະລິດ, ພາຫະນະຫາລ້ຽງຊີບ… ໃນໂອກາດນີ້, ຄະນະຈັດຕັ້ງສືບຕໍ່ຮຽກຮ້ອງຄວາມເອົາໃຈໃສ່, ແບ່ງປັນ ແລະ ຮ່ວມເດີນທາງຂອງບັນດາອົງການ, ສ່ວນບຸກຄົນ, ຫົວໜ່ວຍ, ວິສາຫະກິດເພື່ອນັບມື້ນັບມີສະມາຊິກສະມາຄົມທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຮັບການເບິ່ງແຍງດູແລໃຫ້ດີກ່ວາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top