• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ນະຄອນໂຮ່ຈີມິນຖືເປັນສຳຄັນພິເສດ, ໃຫ້ບຸລິມະສິດສູງທີ່ສຸດຕໍ່ການພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ, ໃນນັ້ນມີການພົວພັນລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນແຮກສ່ຽວຂອງລາວ.
ທ່ານ ຫງວຽນແທັງງິ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ນະຄອນໂຮ່ຈີມິນອວຍພອນ ທ່ານ ພອນສີ ບູນມີໄຊ ຫົວໜ້າສະຖານກົງສູນ ລາວ ປະຈຳ ນະຄອນໂຮ່ຈີມິນ (ພາບ: TTXVN)

ນັ້ນແມ່ນການຢັ້ງຢືນຂອງທ່ານ ຫງວຽນແທັງງິ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ນະຄອນໂຮ່ຈີມິນ, ໃນຕອນບ່າຍວັນທີ 24 ມີນາ, ເມື່ອອວຍພອນການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/3/1955-22/3/2025) ຢູ່ສຳນັກງານສະຖານກົງສູນໃຫຍ່ ລາວປະຈຳນະຄອນໂຮ່ຈີມິນ. ທ່ານ ຫງວຽນແທັງງິ ຢັ້ງຢືນໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມືໃນທຸກຂົງເຂດກັບບັນດາຄະນະ, ຂະແໜງການ, ທ້ອງຖິ່ນຂອງລາວເລິກເຊິ່ງກ່ວາອີກ ແລະ ຖືນີ້ແມ່ນ ຄຳສັ່ງຈາກຫົວໃຈ, ຖືຜົນສຳເລັດ ແລະ ການພັດທະນາຂອງປະເທດລາວແມ່ນຜົນສຳເລັດຂອງຕົນເອງ.

ສ່ວນທ່ານ ພອນສີ ບູນມີໄຊ ຫົວໜ້າສະຖານກົງສູນ ລາວ ປະຈຳ ນະຄອນໂຮ່ຈີມິນ ປາດຖະໜາວ່າ ໃນໄລຍະຈະມາເຖິງ ນະຄອນໂຮ່ຈີມິນ ຈະເພີ່ມທະວີການເປີດກວ້າງຂອບຂະໜາດ, ຂົງເຂດການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືດ້ານການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນພົບປະແລກປ່ຽນລຸ້ນໜຸ່ມຂອງສອງປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top