• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມຍາມໃດກໍ່ເຄົາລົບຮັບປະກັນສິດເສລີໃນການເຊື່ອຖືສາສະໜາຂອງພົນລະເມືອງ

ວັນທີ 08 ມິຖຸນາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ກະຊວງການຕ່າງປະເທດອາເມລິກາ ໄດ້ປະກາດບົດລາຍງານສະພາບການກ່ຽວກັບສິດເສລີໃນການເຊື່ອຖືສາສະໜາສາກົນປີ 2017, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ, ຊີ້ແຈ້ງວ່າ.


 ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ

(ພາບ: TTXVN)

“ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ສາສະໜາຂອງພົນລະເມືອງ. ສິ່ງດັ່ງກ່າວໄດ້ກຳນົດແຈ້ງໃນລັດຖະທຳມະນູນ 2013, ລະບົບກົດໝາຍຂອງຫວຽດນາມ ແລະ ໄດ້ຮັບການຮັບປະກັນ, ເຄົາລົບໃນຕົວຈິງ.

      ໃນໄລຍະຜ່ານມາ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປັບປຸງລະບົບກົດໝາຍ, ນະໂຍບາຍກ່ຽວກັບການເຊື່ອຖືສາສະໜາໃຫ້ບົມບູນແບບ, ພິເສດແມ່ນເລື່ອງຮັບຮອງເອົາກົດໝາຍວ່າດ້ວຍການເຫຼື້ອມໃສເຊື່ອຖືສາສະໜາ ແລະ ບັນດາມະຕິແນະນຳການປະຕິບັດກົດໝາຍວ່າດ້ວຍການເຫຼື້ອມໃສເຊື່ອຖືສາສະໜາ. ການດຳລົງເນີນວີດໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນໄດ້ຮັບການຮັບປະກັນ ດ້ວຍງານບຸນ, ການເຄື່ອນໄຫວສາສະໜານັບພັນຄັ້ງໃນແຕ່ລະປີ.

      ຫວຽດນາມຮັບຮູ້ກະຊວງການຕ່າງປະເທດອາເມລິກາ ໄດ້ຍົກອອກບາງບາດກ້າວໃນວຽກງານຮັບປະກັນ ແລະ ຊຸກຍູ້ຊີວິດທາງດ້ານການເຫຼື້ອມໃສເຊື່ອຖືສາສະໜາຢູ່ຫວຽດນາມ ໃນບົດລາຍງານສະພາບການກ່ຽວກັບສິດເສລີໃນການເຊື່ອຖືສາສະໜາສາກົນປີ 2017, ເຖິງຢ່າງໃດກໍ່ຕາມ, ກໍເປັນໜ້າເສຍດາຍບົດລາຍງານຍັງສືບຕໍ່ຍົກອອກການຕີລາຄາບາງຢ່າງຍັງບໍ່ ພາວະວິໃສ, ຍັງຄັດສະເໜີບັນດາຂໍ້ມູນທີ່ຜິດດ່ຽງກ່ຽວກັບຫວຽດນາມ”.

(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top