• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງ ຈີນ

      ຕອນຄ່ຳວັນທີ 27 ສິງຫາ, ທ່ານ ເຕີດແທ່ງກາງ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບຄະນະຜູ້ແທນ ສະພາປຶກສາການເມືອງແຫ່ງຊາດ ຈີນໂດຍທ່ານ ແຢວນກວຍເຣີ໋ນ, ຮອງຫົວໜ້າຄະນະກຳມະການພົວພັນຕ່າງປະເທດສະພາປຶກສາການເມືອງແຫ່ງຊາດຈີນ ເປັນຫົວໜ້າຄະນະ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 

ທ່ານ ເຕີດແທ່ງກາງ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໂຮ່ຈີມິນ
ໄດ້ຕ້ອນຮັບຄະນະຜູ້ແທນ ສະພາປຶກສາການເມືອງແຫ່ງຊາດ ຈີນໂດຍທ່ານ ແຢວນກວຍເຣີ໋ນ
      ທ່ານ ເຕີດແທ່ງກາງ ໄດ້ສະແດງຄວາມເຊື່ອໝັ້ນ ແລະ ຄວາມປາດຖະໜາວ່າ, ຜ່ານການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຈະຊ່ວຍເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ຈີນ, ກໍ່ຄືລະຫວ່າງຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ສະພາປຶກສາການເມືອງແຫ່ງຊາດນະຄອນ ປັກກິ່ງ. ທ່ານ ແຢວນກວຍເຣີ໋ນ ຢືນຢັນວ່າ ສະພາປຶກສາການເມືອງແຫ່ງຊາດ ຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ ກັບບັນດາຄະນະ, ຂະແໜງການນະຄອນ ໂຮ່ຈີມິນ, ເພື່ອແນໃສ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ ຈີນ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top