• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ: ເກືອບ 7000 ຫົວໜ່ວຍ, ບຸກຄົນໜູນຊ່ວຍຕ້ານໂຄວິດ-19

ຕາມຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລ້ວ, ໄລ່ຮອດຕອນບ່າຍວັນທີ 04 ພຶດສະພາ, ຄະນະຂົນຂວາຍກອງທຶນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງນະຄອນ ໂຮ່ຈີມິນ.
 ໄດ້ຮັບເງິນກ່ວາ 6,5 ລ້ານ USD ຈາກ 6.756 ຫົວໜ່ວຍ, ບຸກຄົນທີ່ສະໜັບສະໜູນວຽກງານປ້ອງກັນ, ສະກັດກັ້ນໂຄວິດ-19 ແລະ ເກືອບ 1 ລ້ານ USD ໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍຍ້ອນໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ.

 ເກືອບ 7000 ຫົວໜ່ວຍ, ບຸກຄົນໜູນຊ່ວຍຕ້ານໂຄວິດ-19 (ພາບ: TTXVN)

ບັ້ນຂົນຂວາຍຊາວນະຄອນ ໂຮ່ຈີມິນ ໜູນຊ່ວຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ໜູນຊ່ວຍພໍ່ແມ່ປະຊາຊົນຖືກໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ ໂດຍຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ປະຕິບັດນັບແຕ່ວັນທີ 20 ມີນາ, ເຊິ່ງໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າຈາກບັນດາອົງການ, ຫົວໜ່ວຍ, ວິສາຫະກິດ, ອົງການຈັດຕັ້ງມະຫາຊົນ, ອົງການສາສະໜາ ແລະ ປະຊາຊົນນະຄອນໂຮ່ຈີມິນ ເປັນຈຳນວນຫລວງຫລາຍ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top